ທ່ານ Samdech Techo Hun Sen ປະທານພັກປະຊາຊົນ ກຳປູເຈຍ ປ່ອນບັດຢູ່ ນະຄອນ Ta Khmao, ແຂວງ Kandal. ພາບ: freshnewsasia |
ໃນຈຳນວນ 18 ພັກການເມືອງ ເຂົ້າຮ່ວມການແຂ່ງຂັນຢູ່ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ VII ຢູ່ ກຳປູເຈຍ ຄັ້ງນີ້, ມີ 17 ພັກການເມືອງ ຈະແກ້ງແຍ່ງກັບພັກປະຊາຊົນ ກຳປູເຈຍ CPP ກຳອຳນາດ.
ການເຄື່ອນໄຫວປ່ອນບັດເລືອກຕັ້ງຈະສິ້ນສຸດໃນເວລາ 15 ໂມງຂອງວັນທີ 23 ກໍລະກົດ. ພາຍຫລັງສິ້ນສຸດການປ່ອນບັດເລືອກຕັ້ງ, ບັນດາສະຖານທີ່ປ່ອນບັດຈະປ່ຽນເປັນບ່ອນ ໄດ້ປະກາດແຕ່ຕອນຄ່ຳຂອງວັນດຽວກັນຮອດ 8 ໂມງເຊົ້າມື້ຕໍ່ໄປຜ່ານພາຫະນະສື່ມວນຊົນຂອງໂທລະພາບ, ວິທະຍຸ, ສຳນັກຂ່າວສານ ກຳປູເຈຍ ແລະ ເຄືອຂ່າຍສື່ສານຂອງ NEC.

