ທ່ານ Pezeshkia ຢັ້ງ​ຢືນວ່າ​ ອີ​ຣານ ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ແກ້​ໄຂ​ການ​ປະ​ທະ​ກັນ​ຜ່ານ​ການ​ເຈລະ​ຈາ​. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ​, ບັນ​ດາ​ຂໍ້​ມູນ​ຂ່າວ​ກ່ຽວ​ຂ້ອງ​ອື່ນໆແມ່ນ​ບໍ່​ໄດ້​ເວົ້າ​ເຖິງ​ເທື່ອ​. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ພາຍ​ຫຼັງ​ຫຼາຍ​ອາ​ທິດ, ອີ​ຣານ ແຈ້ງເລື່ອງ​ການ​ນຳ​ສູງ​ສຸດ​ຂອງ​ປະ​ເທດ​ນີ້​ອະນຸຍາດໃຫ້ມີ​ການ​ເຈລະ​ຈາ​ກັບ ອາ​ເມລິ​ກາ​. ການ​ກະ​ທຳ​ນີ້​ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ການ​ບັນ​ດາ​ນັກ​ເຈລະ​ຈາ ອີ​ຣານ ມີເວລາ 3 ວັນຕິດ​ຕໍ່ກັນເພື່ອ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ຄົນ​ກາງໄກ່ເກ່ຍ Qatar ຢູ່ Doha ແລະ Tehran.

ຕາມ​ບັນ​ດາ​ແຫຼ່ງ​ຂ່າວ​ແລ້ວ​, ຕອນ​ຄ່ຳວັນ​ທີ 2 ພະ​ຈິກ​, ຄະ​ນະ​ເຈລະ​ຈາ Qatar ໄດ້ມີ​ໜ້າ​ຢູ່ Tehran​, ກ່ອນໜຶ່ງວັນ ພາຍ​ຫຼັງ​ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ ອີ​ຣານ ແລະ Qatar ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ຕໍ່​ເນື່ອງ​ເປັນ​ເວລາ 3 ມື້ລຽນ​ຕິດ (ແຕ່​ວັນ​ທີ 30 ຕຸ​ລາ ຮອດ​ວັນ​ທີ 1 ພະ​ຈິກ​).