|
ໃນນັ້ນ ມີທ່ານ Oriol Junqueras ອະດີດຮອງຜູ້ວ່າການລັດ. ກຸ່ມຄົນດັ່ງກ່າວ ຖືກກ່າວຫາດ້ວຍໂທດ: ກໍ່ຄວາມວຸນວາຍ, ຊຸກຍູ້ການກໍ່ຄວາມວຸນວາຍ ແລະ ສວຍໃຊ້ກອງທຶນຂອງລັດ ທີ່ກ່ຽວຂ້ອງເຖິງເລື່ອງເຂດປົກຄອງດ້ວຍຕົນເອງນີ້ ຖະແຫຼງເອກະລາດພຽງລຳພັງຝ່າຍດຽວໃນອາທິດກ່ອນ. ໃນຈຳນວນຜູ້ຖືກຈັບຕົວດັ່ງກ່າວ, ພຽງແຕ່ໂຄສົກຂອງອົງການຮັບຜິດຊອບບັນດາວິສາຫະກິດຢູ່ Catalonia - ທ່ານ Santi Vila ໄດ້ຮັບການຄຸມຕົວຢູ່ກັບທີ ດ້ວຍບ້ວງເງິນຄ້ຳປະກັນແມ່ນ 50.000 ຢູໂຣ ເທົ່ານັ້ນ. ຕາມຜູ້ພິພາກສາ Carmen Lamela ແລ້ວ, ທ່ານ Vila ໄດ້ຮັບການຄຸມຕົວຢູ່ກັບທີ ຍ້ອນວ່າ ກ່ອນນັ້ນ ວັນທີ 26 ຕຸລາ ທ່ານ Vila ໄດ້ຍື່ນໃບສະເໜີລາອອກຈາກຕຳແໜ່ງເຖິງອຳນາດການປົກຄອງ Catalonia ກ່ອນທີ່ອຳນາດການປົກຄອງເຂດນີ້ ປະກາດເອກະລາດພຽງລຳພັງຝ່າຍດຽງ ໃນວັນທີ 27 ຕຸລາ ຜ່ານມາ.

