ບົດລາຍງານໄດ້ເນັ້ນໜັກເຖິງບັນດາທ່າອ່ຽງທີ່ພົ້ນເດັ່ນທີ່ສຸດຂອງຂະແໜງອຸດສະຫະກຳດີຈີຕ້ອນ ເຊິ່ງໄດ້ເປັນທີ່ຮັບຮູ້ໃນປີ 2019, ພ້ອມດຽວກັນນັ້ນ, ກໍ່ໄດ້ໄຈ້ແຍກເຖິງຄວາມສາມາດບົ່ມຊ້ອນໃນປັດຈຸບັນແລະອານາຄົດຂອງພື້ນຖານເສດຖະກິດດີຈີຕ້ອນອາຊີຕາເວັນອອກສ່ຽງໃຕ້ຢູ່ 6 ຕະຫຼາດໃຫ່ຍທີ່ສຸດປະກອບມີ: ພື້ນຖານເສດຖະກິດດີຈີຕ້ອນ ຢູ່ມາເລເຊຍ, ຟີລິບປີນ, ສິງກະໂປແລະໄທພວມຂະຫຍາຍຕົວຢູ່ໃນລະດັບແຕ່ 20% ເຖິງ 30% ໃນແຕ່ລະປີ. ໃນຂະນະນັ້ນ, ກໍ່ມີ 2 ຜູ້ຕາງໜ້າທີ່ໄດ້ນຳໜ້າໃນພາກພື້ນຄືອິນໂດເນເຊຍແລະຫວຽດນາມເຊິ່ງມີລະດັບການຂະຫຍາຍຕົວລືນກາຍລະດັບ 40% ຕໍ່ປີ.
ບົດລາຍງານໄດ້ເຜີຍໃຫ້ຮູ້ຕົວເລກໃໝ່ທີ່ສຸດ ເຊິ່ງສະແດງໃຫ້ເຫັນໃນປີ 2019, ຫວຽດນາມໄດ້ກາຍເປັນຕະຫຼາດທີ່ຮັບເອົາແຫຼ່ງການລົງທຶນເປັນອັນດັບ 3 ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ດ້ວຍມູນຄ່າການລົງທຶນ 600 ລ້ານໂດລາສະຫະລັດແຕ່ປີ 2018 ເຖິງຕົ້ນປີ 2019.
