|
(ພາບ: qdnd.vn) |
ແລະ ສະເໜີຕົວຄະນະບໍລິຫານງານສູນກາງສະມາຄົມຊຸດທີ VI, ອາບຸການ 2017-2022.
ຄະນະບໍລິຫານງານສູນກາງສະມາຄົມນັກຮົບເກົ່າ ຫວຽດນາມ ຊຸດທີ VI ລວມມີສະມາຊິກ 98 ຄົນ; ຄະນະປະຈຳສູນກາງສະມາຄົມລວມມີ 22 ຄົນ. ທ່ານພົນໂທ ຫງວຽນວັນເດືອກ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ຮັບການເລືອກຕັ້ງເປັນປະທານສູນກາງສະມາຄົມນັກຮົບເກົ່າ ຫວຽດນາມ ອາຍຸການ 2017-2022.
ກ່າວຄວາມເຫັນອັດກອງປະຊຸມໃຫຍ່, ທ່ານພົນເອກ ຫງວຽນວັນເດືອກ, ສູນກາງສະມາຄົມນັກຮົບເກົ່າ ຫວຽດນາມ, ຢືນຢັນວ່າ, ຜົນສຳເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI ສະມາຄົມນັກຮົບເກົ່າ ຫວຽດນາມ ແມ່ນແຫຼ່ງປຸກລະດົມກຳລັງໃຈອັນໃຫຍ່ຫຼວງສຳລັບພະນັກງານ, ສະມາຊິກສະມາຄົມ, ນັກຮົບເກົ່າ, ພົນທະຫານເກົ່າທຸກຄົນໃນທົ່ວປະເທດ. ບັນດາເອກະສານກອງປະຊຸມໃຫຍ່ ແມ່ນກຳນົດທິດທີ່ສຳຄັນໃຫ້ແກ່ການເຄື່ອນໄຫວ ແລະ ການພັດທະນາຂອງສະມາຄົມໃນ 5 ປີ ຕໍ່ໜ້າ.

