ໃນນັ້ນ ຍີ່ປຸ່ນ ແມ່ນຕະຫລາດຮັບຄົນງານຫວຽດນາມຫລາຍກວ່າໝູ່ ດ້ວຍ ກວ່າ 67.000 ຄົນ, ໄຕ້ຫວັນແມ່ນ 65.000 ຄົນ, ສເກົາຫລີ ແມ່ນ 6000 ຄົນ ຢືນອັນດັບ 3. ຕໍ່ມາແມ່ນບັນດາຕະຫລາດ ຄື ອາຣັບບີ ຊາອຸດີ, ຣູມານີ, ມາເລເຊຍ. ທ່ານ ດ່າວງອກຢູງ, ລັດຖະມົນຕີ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມໃຫ້ຮູ້ວ່າ: ຈຳນວນເງິນເຊິ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດສົ່ງເມືອຫວຽດນາມໃນປີ 2018 ແມ່ນກວ່າ 3 ຕື້ USD.