ຕອນ​ເຊົ້າ​ວັນ​ທີ 20 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຕຳຫຼວດ ຫ​ວຽດ​ນາມ ​ໄດ້​ຈັດ​ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ອະ​ໄພ​ຍະ​ໂທດ ແລະ ເຊື່ອມ​ຕົວ​ເຂົ້າ​ກັບ​ຊຸມ​ຊົນ​ສຳ​ລັບ​ນັກ​ໂທດ​ທີ່ໄດ້​ຮັບ​ການ​ອະ​ໄພ​ຍະ​ໂທດ​ໃນ​ປີ 2026. ທ່ານ ຟ້າມ​ຢາ​ຕຸກ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ, ປະ​ທານ​ສະ​ພາ​​ຄຳ​ປຶກ​ສາກ່ຽວ​ກັບ​ການ ອະ​ໄພ​ຍະ​ໂທດ ເຂົ້າ​ຮ່ວມ ແລະ ຊີ້​ນຳ​ກອງ​ປະ​ຊຸມ.

ປີ 2026, ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ເອ​ກະ​ສານ​ຢ່າງ​ຮີບ​ດ່ວນ, ຈັດ​ຕັ້ງ​ການ​ພິ​ຈາ​ລະ​ນາ​ຢ່າງ​ເຂັ້ມ​ງວດ, ເປີດ​ເຜີຍ, ໂປ່ງ​ໃສ, ຖືກກ​ັບ​ເປົ້າ​ໝາຍ ແລະ ຂໍ້​ກຳ​ນົດ. ວັນ​ທີ 1 ມິ​ຖຸ​ນາ 2026, ປະ​ທານ​ປະ​ເທດ​ ຫວຽດ​ນາມໄດ້ອອກ​ຂໍ້​ຕົກ​ລົງ​ອະ​ໄພ​ຍະ​ໂທດ​ໃຫ້​ນັກ​ໂທດ 9.950 ຄົນ​ກັບ​ເມືອ​ຄອບ​ຄົວ ແລະ ຊຸມ​ຊົນ. ພ້ອ​ມ​ກັບ​ວຽກ​ງານ​ອະ​ໄພ​ຍະ​ໂທດ, ວຽກ​ງານ​ໜູນ​ຊ່ວຍ​ຜູ້​ໄດ້​ຮັບ​ການ​ອະ​ໄພ​ຍະ​ໂທດ ເຊື່ອມ​ຕົວ​ເຂົ້າ​ກັບ​ຊຸມ​ຊົນກໍ່​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ຢາ​ຕຸກ ເນັ້ນ​ໜັກ​ວ່າ ການ​ປະ​ຕິ​ບັດ ລະ​ບອບ​ການ, ນະ​ໂຍ​ບາຍ​ຢ່າງ​ຄົບ​ຖ້ວນ, ໄດ້ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ນັກ​ໂທດ​ມີ​ໂອ​ກາດ​ກ້າວ​ໜ້າ, ມີ​ການ​ກະ​ທຳ​ທີ່​ດີ.

ອົງ​ການກັກ​ຕົວ, ​ຄຸ້ມ​ຄອງ, ສຶກ​ສາ, ​ດັດສ້າງນັກ​ໂທດ ປະ​ຕິ​ບັດ​ລະ​ບອບ​ການ, ນະ​ໂຍ​ບາຍ​ສຳ​ລັບ​ນັກ​ໂທດ​ໃຫ້​ຖືກ​ຕ້ອງ, ຄົບ​ຖ້ວນ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ວ່າ​ດ້ວ​ຍ​ການ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອ​ງສານ​ອາ​ຍາ, ສ້າງ​ຄວາມ​ສະ​ເໝ​ີ​ພາບ, ກຳ​ລັງ​ໜູນ​ໃຫ້​ນັກ​ໂທດ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ມີ​ໂອ​ກາດ, ເງື່ອນ​ໄຂ​ຄື​ກັນ​ເພື່ອ​ຕັ້ງ​ໜ້າ​ອອກ​ແຮ​ງ​ງານ, ປັບ​ປຸງຕົວ, ມ​ີ​ການ​ກະ​ທຳ​ທີ່​ດີ, ມຸ່ງ​ໄປ​ເຖິງ​ເປົ້າໝາຍ​ປະ​ຕິ​ບັດຄຳ​ຕັດ​ສິນ​​ຈຳ​ຄຸກ​ຂອງ​ສານ​ໃຫ້​ຄົບ​ຕາມ​ກຳ​ນົດ, ໄດ້​ຮັບ​ການ​ພິ​ຈາ​ລະ​ນາຫຼຸດໂທດ, ອະ​ໄພ​ຍະ​ໂທດສິ້ນ​ສຸດ​ການ​ປະ​ຕິ​ບັດ​ໂທດ​ຈຳ​ຄຸກ​ກ່ອນ​ເວ​ລາ​ກຳ​ນົດ.