ເປົ້າ​ໝາຍ​ຂອງ​ຍຸດ​ທະ​ສາດ​ດັ່ງ​ກ່າວ​ແມ່ນ​ຮອດ​ປີ 2045 ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ດີ​ຈີ​ຕອນ​ພັດ​ທະ​ນາ, ວັດ​ທະ​ນາ​ຖາ​ວອນ, ປອດ​ໄພ, ວັດ​ທະ​ນະ​ທຳ​ມະ​ນຸດ; ການ​ຫັນ​ເປັນ​ດີ​ຈີ​ຕອນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຮອບ​ດ້ານ, ຄົບ​ຊຸດ, ເລິກ​ເຊິ່ງກວ້າງ​ຂວາງ ແລະ ກວມລວມ, ກາຍ​ເປັນ​ແບບ​ວິ​ທີ​ພັດ​ທະ​ນາຫຼັກ​ແຫຼ່ງ, ເປັນກຳ​ລັງ​ໜູນ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ, ກຳ​ລັງ​ແກ້ງ​ແຍ້ງ​ແຫ່ງ​ຊາດ ແລະ ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ. ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ເປັນ​ໃຈກາງ, ແມ່ນ​ເຈົ້າ​ກຳ, ພ້ອມ​ທັງ​ແມ່ນ​ເປົ້າ​ໝາຍ​ຊົ​ມ​ໃຊ້​​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນຕົ້ນ​ຕໍ. ຫວຽດ​ນາມ ມີ​ພື້ນ​ຖານ​ບໍ​ລິ​ຫານ​ແຫ່ງ​ຊາດ​ທີ່​ທັນ​ສະ​ໄໝ, ອີງ​ໃສ່​ຂໍ້​ມູນ ແລະ ປັນ​ຍາ​ປະ​ດິດ (AI); ເປັນ​ເຈົ້າ​ຂອງ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ, ພື້ນ​ຖານ​ດີ​ຈີ​ຕອນ ແລະ ຜະ​ລິດ​ຕະ​ພັນ​ດີ​ຈີ​ຕອນ​ຍຸດ​ທະ​ສາດ; ຮັບ​ປະ​ກັນ​ການປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ດີ​ຈີ​ຕອນ​ແຫ່ງ​ຊາດ​ຢ່າງ​ໝັ້ນ​ຄົງ.

ຍຸດ​ທະ​ສາດ​ດັ່ງ​ກ່າວ​ກໍ​ໄດ້​ວາງ​ອອກ 3 ກຸ່ມ​ເປົ້າ​ໝາຍ, ລວມ​ມີ: ກຸ່ມ​ເປົ້າ​ໝາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ລັດ​ຖະ​ບານ​ດີ​ຈີ​ຕອນ; ກຸ່ມ​ເປົ້າ​ໝາຍ​ກ່ຽວ​ກັບ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ດີ​ຈີ​ຕອນ ແລະ ກຸ່ມ​ເປົ້າ​ໝາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ສັງ​ຄົມ​ດີ​ຈີ​ຕອນ.