ເປົ້າໝາຍຂອງຍຸດທະສາດດັ່ງກ່າວແມ່ນຮອດປີ 2045 ຫວຽດນາມ ກາຍເປັນປະເທດດີຈີຕອນພັດທະນາ, ວັດທະນາຖາວອນ, ປອດໄພ, ວັດທະນະທຳມະນຸດ; ການຫັນເປັນດີຈີຕອນໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ຄົບຊຸດ, ເລິກເຊິ່ງກວ້າງຂວາງ ແລະ ກວມລວມ, ກາຍເປັນແບບວິທີພັດທະນາຫຼັກແຫຼ່ງ, ເປັນກຳລັງໜູນສຳຄັນໃນການຊຸກຍູ້ການເຕີບໂຕເສດຖະກິດ, ຍົກສູງສະມັດຕະພາບແຮງງານ, ກຳລັງແກ້ງແຍ້ງແຫ່ງຊາດ ແລະ ຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ປະຊາຊົນ ແລະ ວິສາຫະກິດເປັນໃຈກາງ, ແມ່ນເຈົ້າກຳ, ພ້ອມທັງແມ່ນເປົ້າໝາຍຊົມໃຊ້ວິວັດທະນາການຫັນເປັນດີຈີຕອນຕົ້ນຕໍ. ຫວຽດນາມ ມີພື້ນຖານບໍລິຫານແຫ່ງຊາດທີ່ທັນສະໄໝ, ອີງໃສ່ຂໍ້ມູນ ແລະ ປັນຍາປະດິດ (AI); ເປັນເຈົ້າຂອງບັນດາເຕັກໂນໂລຢີດີຈີຕອນ, ພື້ນຖານດີຈີຕອນ ແລະ ຜະລິດຕະພັນດີຈີຕອນຍຸດທະສາດ; ຮັບປະກັນການປົກປັກຮັກສາອະທິປະໄຕດີຈີຕອນແຫ່ງຊາດຢ່າງໝັ້ນຄົງ.
ຍຸດທະສາດດັ່ງກ່າວກໍໄດ້ວາງອອກ 3 ກຸ່ມເປົ້າໝາຍ, ລວມມີ: ກຸ່ມເປົ້າໝາຍກ່ຽວກັບການພັດທະນາລັດຖະບານດີຈີຕອນ; ກຸ່ມເປົ້າໝາຍກ່ຽວກັບການພັດທະນາເສດຖະກິດດີຈີຕອນ ແລະ ກຸ່ມເປົ້າໝາຍກ່ຽວກັບການພັດທະນາສັງຄົມດີຈີຕອນ.
