ກອງປະຊຸມສຳມະນາ ແບບທາງໄກ “ຫັນຮູບແບບນະໂຍບາຍ ແລະ ການດຳເນີນທຸລະກິດ ເປັນດີຈີຕອນ” (ພາບ: VOV5)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຫ໋າຍມິງ, ຮອງປະທານຜູ້ປະຈຳການສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ, ໂລກພວມຫັນປ່ຽນຢ່າງແຮງ ດ້ວຍການພັດທະນາຢ່າງກະໂດດຂັ້ນຂອງ ວິທະຍາສາດ - ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່, ປະດິດຄິດສ້າງ ແມ່ນ ທ່າອ່ຽງທີ່ຈຳເປັນ ສຳລັບທຸກໆປະເທດ ແລະ ພື້ນຖານເສດຖະກິດໃນໂລກ.

ແລະກໍ່ຕາມທ່ານ ຫງວຽນຫ໋າຍມິງແລ້ວ, ເພື່ອຍາດແຍ່ງກາລະໂອກາດ ແລະ ຜ່ານຜ່າສິ່ງທ້າທາຍ ຈາກວິກິດການຫັນເປັນດີຈີຕອນ, ເພື່ອມຸ່ງໄປເຖິງເປົ້າໝາຍ ປີ 2045 ຫວຽດນາມ ຈະກາຍເປັນປະເທດ ພັດທະນາທີ່ມີລາຍຮັບສູງນັ້ນ, ຂັ້ນຕອນບຸກທະລຸທຳອິດ ຕ້ອງຄິດໄລ່ເຖິງນັ້ນແມ່ນ ການບຳລຸງ -ກໍ່ສ້າງ, ນຳໃຊ້ແຫຼ່ງຊັບພະຍາກອນມະນຸດຢ່າງມີປະສິດທິຜົນ. ເປົ້າໝາຍປັນຍາຊົນໜຸ່ມ, ນັກວິທະຍາສາດ… ເຂົ້າຮ່ວມການປະກອບ, ສະເໜີແນະ ແລະ ໜູນຊ່ວຍລັດຖະບານ ສ້າງນະໂຍບາຍ, ສ້າງພື້ນຖານເພື່ອຊຸກຍູ້ ລະບົບຊີວະພາບໃນການຫັນເປັນດີຈີຕອນ.