ມະ​ຕິ​ຍົກ​​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ​ພາຍຫຼັງ 3 ປີ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງ​ກົມ​ການ​ເມືອງ​ຊຸດ​ທີ XIII ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ແລະ ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ 6 ເຂດ​ເສດ​ຖະ​ກິດ​ສັງ​ຄົມ, ໂດຍ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ບົດ​ບາດ ແລະ ລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ເຂດ​ຖືກ​ຍົກ​ສູງຂຶ້ນ, ການ​ເຊື່ອມ​ຕໍ່​ເຂດ​ໄດ້​ເພີ່ມ​ທະ​ວີ, ມີ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດ ແລະ ຂອງ​ເຂດ​ທີ່​ມີ​ການ​ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເທື່ອ​ລະ​ກ້າວ. ເພື່ອ​ເສີມ​ຂະ​ຫຍາຍ​ໃຫ້ຫຼາຍ​ກ່​ວາ​ອີກ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ແຕ່​ລະ​ເຂດ, ຊຸກ​ຍູ້​ການ​ເຊື່ອມ​ຕໍ່ ແລະ ຂຸດ​ຄົ້ນ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່​ຂອງ​ບັນ​ດາ​ທ້ອ​ງ​ຖິ່ນ ແລະ ເຂດ​ພາຍຫຼັງ​ສັບ​ຊ້ອນ​ອົງ​ການ​ບໍ​ລິ​ຫານ​ຄືນ​ໃໝ່, ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ສອງ​ຂັ້ນ, ກົ​ມ​ການ​ເມືອງ​ຮຽ​ກ​ຮ້ອງ​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ, ອົງ​ການ​ຕ່າງໆ​ຂອ​ງພັກ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ປ່ຽນ​ແປງ​ໃໝ່​ຢ່າ​ງ​ແຮງ​ຮູບ​ແບບ​ການ​ພັດ​ທະ​ນາ, ຮູບ​ແບບ​ການ​ເຕີບ​ໂຕ; ສ້າງ​ສາ, ນຳ​ພາ, ລຸ​ລ່ວງ ແລະ ເລີ່ມ​ຕົ້ນ​ທຸກ​ແຫຼ່ງ​ກຳ​ລັງ; ເສີມ​ຂະ​ຫຍາຍ​ກຳ​ລັງ​ພາຍ​ໃນ​ແມ່ນ​ພື້ນ​ຖານ, ຍຸດ​ທະ​ສາດ, ຍາວ​ນານ, ຕັດ​ສິນ, ປະ​ສາ​ນ​ສົມ​ທົບ​ກັບ​ກຳ​ລັງ​ພາຍນອກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ​ເປັນ​ເຈົ້າຕົນ​ເອງ​.

ມະ​ຕິ​ເລກ​ທີ 27 ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ, ເປົ້າ​ໝາຍ​ຮອດ​ປີ 2045, ບັນ​ດາ​ເຂດ​ພັດ​ທະ​ນາ ແລະ ເຄື່ອນ​ໄຫວ​ຕາມ​ວິ​ທີ​ການ​ຂອງ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ, ເສດ​ຖະ​ກິດ​ຂໍ້​ມູນ, ເສດ​ຖະ​ກິດ​ໝູນ​ວຽນ, ມີ​ໂຄງ​ປະ​ກອບ​ພື້​ນ​ຖານ​ໂຄງ​ລ່າງຄົບ​ຊຸດ, ອັດ​ຊະ​ລິ​ຍະ, ສີ​ຂຽວ, ປອດ​ໄພ, ມີ​ຄວາມ​ສາ​ມາດ​ທົນ​ທານ​ສູງ, ເຊື່ອມ​ຕໍ່​ລຸ​ລ່ວງ; ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ແມ່ນ​ກຳ​ລັງ​ໜູນຫຼັກ​ຂອງ​ການ​ເຕີບ​ໂຕ ແລະ ການ​ພັດ​ທະ​ນາ, ການ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດ ແລະ ລະ​ຫວ່າ​ງ​ບັນ​ດາ​ເຂດ; ສັງ​ຄົ​ມ​ມີ​ລະ​ບຽບ​ວິ​ໄນ, ມີ​ຄວາມປອດ​ໄພ, ສີ​ວິ​ໄລ, ກົມ​ກຽວ, ພັດ​ທະ​ນາ; ຄຸ້​ມ​ຄອງ​ສັງ​ຄົມ​ບົນ​ພື້ນ​ຖານ​ສັງ​ຄົມ​ດີ​ຈີ​ຕອນ​ໃຫ້​ສົມ​ບູ​ນແບບ, ສະ​ພາບ​ແວດ​ລ້ອມນິ​ເວດ​ແບບ​ຍືນ​ຍົງ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ທັນ​ສະ​ໄໝ, ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ປະ​ຊາ​ຊົນ​ໄດ້​ຊົມ​ໃຊ້ ບັນ​ດາ​ການ​ບໍ​ລິ​ການ​ສັງ​ຄົມ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ປະ​ກອບ​ສ່ວນ​ສ້າງ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາຍ​ຮັບ​ສູງ, ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢ່າງ​ໝັ້ນ​ແກ່ນ.