ການ​ເສັງ​ດັ່ງ​ກ່າວ​ແມ່ນ​ສະ​ຫງວນ​ໃຫ້​ແກ່​ບຸກ​ຄົນ​ທີ່​ເປັນ​ຊາວ ຫວຽດ​ນາມ ແລະ ຄົນ​ຕ່າງ​ປະ​ເທດ​ທີ່​ພວມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ​ຢູ່ ຫວຽດ​ນາມ, ໂດຍ​ບໍ່​ມີ​ການ​ຈຳ​ກັດ​ກ່ຽວ​ກັບ​ຈຳ​ນວນ​ຜົນ​ງານ​ເຂົ້າ​ຮ່ວມ​ການ​ເສັງ.

ກ່ຽວ​ກັບໄອ​ເດຍ ແລະ ເນື້ອ​ໃນ, ບັນ​ດາ​ຜົນ​ງານ​ເຂົ້າ​ຮ່ວມ​ການ​ເສັງ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ຮ່ວມ​ມື APEC - ກົນ​ໄກ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ການ​ຮ່ວມ​ສໍ​າ​ພັນ​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ຢ່າງວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຢ່າງ​ເລິກ​ເຊິ່ງ, ພ້ອມ​ທັງ​ສ່ອງ​ແສງ​ໄດ້​ເຖິງ​ພາບ​ພົດ​ປະ​ເທດ ຫວຽດ​ນາມ ຢ່າງ​ເຕັມ​ສ່ວນ ທີ່​ຫຼາກຫຼາຍ​ໄປ​ດ້ວຍ​ສ​ີ​ສັນ​ວັດ​ທະ​ນະ​ທຳ, ນະ​ວັດ​ຕະ​ກຳ ແລະ ບືນ​ຕົວ​ຂຶ້ນ​ຢ່າງ​​ແຂງ​ແຮງ.

ສັນ​ຍາ​ລັກ​ຈຳ​ເປັນ​ຕ້ອງ​ມີ​ຕົວ​ໜັງ​ສື “APEC VIET NAM 2027”, ບໍ່​ນຳ​ໃຊ້​ທູບ​ທຸງ​ຊາດ, ເຄື່ອງ​ໝາຍ​ແຫ່ງ​ຊາດ ຫຼື ແຜນ​ທີ່.

ເວ​ລາ​ຮັບ​ເອ​ກະ​ສານ​ເຂົ້າ​ຮ່ວມ​ການ​ເສັງ​: ​ຮອດ​ວັນ​ທີ 25 ສິງ​ຫາ.