ວັນ​ທີ 22 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ຫວຽດ​ນາມ ໄດ້​ປະ​ສານ​ສົມ​ທົບ​ກັບ ສະ​ຖາ​ບັນ​ສື່ມວນ​ຊົນ ແລະ ສື່​ສັງ​ຄົມ ຈັດ​ຕັ້ງການ​ປຸກ​ລະ​ດົມ​ລາງວັນ​ອຸດ​ສາ​ຫະ​ກຳ ວັດ​ທະ​ນະ​ທຳ ຫວຽດ​ນາມ “ແປວ​ໄຟ​ຄຳ” (Golden Torch Awards for Cultural Industries - GTACI) ປີ 2026. ນີ້​ແມ່ນ​ຄັ້ງ​ທຳ​ອິດ, ທີ່ລາງວັນ​ສະ​ເພາະ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນທີ່​ດີ​ເດັ່ນ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ໄດ້​ຈັດ​ຂຶ້ນ​ຢູ່ ຫວຽດ​ນາມ. ລາງວັນ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນ​ດາ​ອົງ​ການ​ຈັ​ດ​ຕັ້ງ, ສ່ວນ​ບຸກ​ຄົນ​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ສົ່ງ​ເສີມ​ນະ​ວັດ​ຕະ​ກຳ, ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ; ຊຸກ​ຍູ້​ການ​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດ​ປະ​ດິດ​ສ້າງ, ໂຄ​ສະ​ນາ​ເຄື່ອງ​ໝາຍ, ຍົກ​ສູງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ບັນ​ດາ​ເຈົ້າ​ຂອງວັດ​ທະ​ນະ​ທຳ​.