ປຸກລະດົມເດືອນກະທຳແຫ່ງຊາດກ່ຽວກັບປະຊາກອນ ແລະ ວັນປະຊາກອນຫວຽດນາມ |
ທີ່ພິທີໂຮມຊຸມນຸມມິດຕິງ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທືຫງອກທິ້ງ ເນັ້ນໜັກວ່າ :
“ ຂ້າພະເຈົ້າຮຽກຮ້ອງບັນດາຂະແໜງການຂັ້ນຕ່າງໆ ແລະ ທົ່ວທັງສົງຄົມຈົ່ງຕັ້ງໜ້າຕອບສະໜອງ ແລະ ເຂົ້າຮ່ວມການກວດພະຍາດກ່ອນ ແລະ ພາຍຫຼັງປະສູດ; ຈົ່ງແມ່ນຜູ້ໂຄສະນາເຜີຍແຜ່ຢ່າງຕັ້ງໜ້າເພື່ອອະນາຄົດຂອງລູກຫຼານພວກເຮົາ ແລະ ເພື່ອອະນາຄົດໃນການພັດທະນາເຊື້ອສາຍຂອງຊາດຫວຽດນາມ. ຂ້າພະເຈົ້າສະເໜີຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆຈົ່ງຍູ້ໄວການເຊື່ອມຊຶມ ແລະ ຜັນຂະຫຍາຍການຫັນມະຕິກ່ຽວກັບການຮັບປະກັນບັນດາເປົ້າໝາຍໃຫ້ເປັນລະອຽດ ແລະ ຖືກຕ້ອງຕາມກຳນົດທິດ ແລະ ໃກ້ຊິດກັບຄວາມຕ້ອງການຕົວຈິງຢູ່ທ້ອງຖິ່ນຮາກຖານ ”

