ທ່ານ ຟ້າມແອັງຕ໊ວນ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ |
ການເສັງໄດ້ຈັດຕັ້ງຢູ່ ຫວຽດນາມ ແມ່ນຄັ້ງທີ 33 ດ້ວຍຫົວຂໍ້ວ່າ: “ຈົ່ງຂຽນສານກ່ຽວກັບໂລກຂອງພວກເຮົາພວມດຳລົງຊີວິດ ສົ່ງໃຫ້ຜູ້ໃຫຍ່”. ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານ ຟ້າມແອັງຕ໊ວນ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ຫົວໜ້າຄະນະຈັດຕັ້ງການເສັງໄດ້ຢັ້ງຢືນວ່າ: ແຕ່ລະຫົວຂໍ້ລ້ວນແຕ່ມີຄວາມໝາຍວັດທະນະທຳມະນຸດ, ສັງຄົມໃຫຍ່ຫລວງ, ປະກອບສ່ວນເພີ່ມພູນຄູນສ້າງ, ສ້າງອາລົມຈິດ, ຄວາມຮັບຜິດຊອບຂອງລຸ້ນໜຸ່ມຕໍ່ບັນດາບັນຫາສັງຄົມ:
“ສຳລັບແຕ່ລະຫົວຂໍ້ໄດ້ເລືອກນັ້ນ, ການເສັງມຸ່ງໄປເຖິງເລື່ອງຊ່ວຍພວກນ້ອງສຳຜັດ ແລະ ມີສະຕິຄວາມຮັບຮູ້ຕໍ່ບັນດາບັນຫາຂອງສັງຄົມ, ຂອງຍຸກສະໄໝ ແລະ ສະແດງໃຫ້ເຫັນຄວາມນຶກຄິດຂອງຕົນຕໍ່ບັນດາບັນຫານີ້. ການເສັງກໍ່ແມ່ນໂອກາດ ເພື່ອໃຫ້ພວກນ້ອງຝືກຝົນຈິນຕະນາການ ແລະ ຄວາມສາມາດຂຽນບົດ, ແມ່ນໂອກາດເພື່ອສ້າງຄວາມເຂົ້າໃຈກ່ຽວກັບບົດບາດຂອງໄປສະນີໃນຊີວິດການເປັນຢູ່ຕື່ມອີກ.”
ເປົ້າໝາຍເຂົ້າຮ່ວມການເສັງແມ່ນນັກຮຽນ ຫວຽດນາມ, ອາຍຸ 15 ປີລົງມາ. ໄລຍະເຂົ້າຮ່ວມການເສັງນັບແຕ່ມື້ນີ້ຮອດວັນທີ 25 ກຸມພາ 2020.

