ພາບປະກອບ: UN

ພິທີໄວ້ອາໄລໂດຍ ສປຊ ໄດ້ຈັດຂຶ້ນທາງອອນລາຍ ເພື່ອລະນຶກເຖິງບັນດານາຍທະຫານ ແລະ ພະນັກງານພົນລະເຮືອນເສຍສະຫຼະຊີວິດ ຍ້ອນບັນດາການກະທຳທີ່ເປັນປໍລະປັກ, ໄພທຳມະຊາດ ແລະ ບັນດາເຫດການຕ່າງໆ, ລວມມີບັນດາພະນັກງານທີ່ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຫຼືພະຍາດຕ່າງໆ ເຊິ່ງຖືກຈຳກັດໃນການສຳຜັດກັບການບໍລິການເບິ່ງແຍງດູແລສຸຂະພາບ ຍ້ອນໂລກລະບາດໂຄວິດ - 19.

ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ສະຫງວນເວລາ 1 ນາທີ ເພື່ອ ກົ້ມຫົວໄວ້ອາໄລເຖິງບັນດາພະນັກງານຂອງ ສປຊ ທີ່ໄດ້ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່. ທ່ານ ເລຂາທິການໃຫຍ່ ສປຊ ໄດ້ເນັ້ນໜັກວ່າ ການເສຍສະຫຼະຊີວິດຂອງເຂົາເຈົ້າຈະບໍ່ມີວັນລືມໄດ້. ສປຊ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ກວດກາຄືນ ແລະ ປັບປຸງບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຄວາມປອດໄພ ແລະ ການດູແລພະນັກງານ. ສປຊ ໃຫ້ຮູ້ວ່າບັນດາພະນັກງານຂອງອົງການນີ້ ມາຈາກ ກ່ວາ 80 ປະເທດໃນໂລກ ຊຶ່ງສ່ອງແສງໃຫ້ເຫັນຄວາມເປັນຫຼາຍຮູບແບບ ແລະ ອຸດົມສົມບູນກ່ຽວກັບປະສົບການຂອງ ສປຊ.