ໂດຍໄດ້ຮັບຂ່າວກຳປັ່ນທ່ອງທ່ຽວເກີດອຸບັດຕິເຫດຍ້ອນອາກາດຮ້າຍແຮງ ຢູ່ແຂວງ ອານຢາງ ໃນວັນທີ 11 ກໍລະກົດ 2026 ເຮັດໃຫ້ແຂກທ່ອງທ່ຽວອິນເດຍ ເສຍຊີວິດ ແລະ ເຈັບປວດຫຼາຍຄົນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານປະທານາທິບໍດີ ອິນເດຍ Murmu ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ໃນສານ, ການນຳຂັ້ນສູງ ຫວຽດນາມ ຕາງໜ້າພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ສົ່ງຄຳຢື້ຢາມຖາມຂ່າວຢ່າງສຸດໃຈ ແລະ ສະແດງຄວາມເສົ້າສະຫຼົດໃຈໄປຍັງລັດ ແລະ ປະຊາຊົນອິນເດຍ, ພິເສດແມ່ນຄອບຄົວຂອງບັນດາຜູ້ປະສົບເຄາະຮ້າຍ, ຢັ້ງຢືນບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ໄດ້ ແລະ ພວມຮີບດ່ວນຜັນຂະຫຍາຍບັນດາມາດຕະການກູ້ໄພກູ້ຊີບ, ປິ່ນປົວໃຫ້ແກ່ຜູ້ໄດ້ຮັບບາດເຈັບ, ໜູນຊ່ວຍຄອບຄົວຜູ້ປະສົບເຄາະຮ້າຍ ແລະ ປະສານສົມທົບຢ່າງແໜ້ນແຟ້ນກັບ ຝ່າຍອິນເດຍ ເພື່ອແກ້ໄຂຜົນຕາມມາຈາກເຫດການ; ພ້ອມທັງດຳເນີນການສືບສວນ, ເຮັດແຈ້ງສາຍເຫດ.
