(ພາບປະກອບຈາກ EPA/TTXVN)

ຝ່າຍຕ່າງໆໄດ້ເຫັນດີເປັນເອກະສັນຈະໂຕ້ຕອບ “ແຂງກະດ້າງ” ສຳລັບການກະທຳເກາະຜິດດ້ວຍການຍິງລູກສອນໄຟລຸ້ນໃໝ່ສຸດຂອງ ສປປ ເກົາຫຼີ ໃນວັນທີ 4 ກໍລະກົດ ເຊິ່ງລວມມີ ບັນດາມາດຕະການລົງໂທດຢ່າງແຮງຢູ່ ສະພາຄວາມໝັ້ນຄົງ ສປຊ. ບັນດາເຈົ້າໜ້າທີ່ກໍ່ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮ່ວມມືກັບປະເທດຕ່າງໆ, ພິເສດແມ່ນ ຈີນ ແລະ ລັດເຊຍ, ເພື່ອແນໃສ່ກໍ່ຄວາມກົດດັນກັບ ສປປ ເກົາຫຼີ ຢ່າງມີປະສິດທິຜົນ ແລະ ເຫັນດີສືບຕໍ່ການຕິດຕໍ່ພົວພັນຍຸດທະສາດກັບບັນດາປະເທດນີ້. ນອກຈາກຢືນຢັນວ່າກາລະໂອກາດໃຫ້ແກ່ການເຈລະຈາຍັງມີຢູ່ແລ້ວ, ທູດພິເສດ 3 ທ່ານກໍ່ໃຫ້ຄຳໝັ້ນສັນຍາຮັກສາການສົມທົບກັນຢ່າງແໜ້ນແຟ້ນ, ມຸ່ງໄປເຖິງຈຸດໝາຍລວມແມ່ນປອດນິວເຄຼຍໃນແຫຼມ ເກົາຫຼີ. ເຂົາເຈົ້າກໍ່ເຫັນດີມານະພະຍາຍາມເພື່ອນຳ ສປປ ເກົາຫຼີ ກັບຄືນສູ່ວິວັດທະນາການເຈລະຈາເພື່ອປອດນິວເຄຼຍ.