ທ່ານ ປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad (ພາບ: Yonhap)

ທີ່ກອງປະຊຸມເຈລະຈາເຊິ່ງໄດ້ຈັດຕັ້ງຢູ່ທຳນຽວຊຽວ (ທຳນຽບປະທານາທິບໍດີ ສ.ເກົາຫຼີ), ການນຳສອງທ່ານໄດ້ຮັບຮູ້ການພົວພັນອັນເລິກເຊິ່ງລະຫວ່າງສອງປະເທດໃນບັນດາຂົງເຂດຄື ກະສິກຳກ້າວໜ້າ, ພະລັງງານ, ບັນດາໂຄງງານອາວຸດ, ເບິ່ງແຍງດຸແລສຸຂະພາບ ແລະ ສິ່ງແວດລ້ອມ. ທ່ານປະທານາທິບໍດີ Moon Jae-in ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນ ມານະພະຍາຍາມມຸ່ງໄປສູ່ “ການຮ່ວມມືຍຸດທະສາດ” ຢ່າງ ໝັ້ນຄົງ, ຜ່ານການຫັນນະໂຍບາຍມຸ່ງໄປສູ່ທາງທິດໃຕ້ໃໝ່ ຂອງ ສ.ເກົາຫຼີ ແລະ ນະໂຍບາຍມຸ່ງໄປສູ່ທາງທິດຕາເວັນອອກຂອງ ມາເລເຊຍໃຫ້ມີຄວາມກົມກຽວ.

ພາຍຫຼັງກອງປະຊຸມສຳມະນາ, ການນຳສອງທ່ານໄດ້ເຂົ້າຮ່ວມພິທີລົງນາມບົດບັນທຶກຊ່ວຍຈຳ (MOU) 4 ກ່ຽວກັບກສຍຊຸກຍູ້ການພົວພັນຮ່ວມມືໃນບັນດາຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຄອມພິວເຕີ, ລັດຖະບານເອເລັກໂຕນິກ, ເບິ່ງແຍງດຸແລສຸຂະພາບ ແລະ ສາທາລະນະສຸກ, ຄຸ້ມຄອງນ້ຳສະອາດ ແລະ ບຳບັດນ້ຳເສຍ.