ໃນ​ນັ້ນ​ມີ​ບັນ​ດາ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ຕັ້ງ​ຢູ່​ນະ​ຄອນ Gwangju, ຫ່າງ​ຈາກ​ນະ​ຄອນ​ຫຼວງ ເຊີ​ອູນ ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ 330 ກມ. ການ​ກະ​ທຳ​ດັ່ງ​ກ່າວ​ນອນ​ໃນ​ແຜນ​ການ​ຂອງ ເຊີ​ອູນ ເພື່ອ​ແນ​ໃສ່​ຍົກ​ຍ້າຍ​ສະ​ໜາມ​ບິນ​ການ​ທະ​ຫານ ແລະ ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດຢູ່ Gwangju, ສ້າງ​ພື້ນ​ທີ່​ໃຫ້ການ​ພັດ​ທະ​ນາ​ກຸ່ມ​ອຸດ​ສາ​ຫະ​ກຳ​ເຄື່ອງ​ຊັກ​ນຳ​ໄຟ​ຟ້າ​ຂະ​ໜາດໃຫຍ່​ຢູ່​ນະ​ຄອນ​ນີ້ ແລະ ເຂດ​ໃກ້​ຄຽງ​. ຕາມ​ແຜນ​ການ​ແລ້ວ​, ສະ​ໜາມ​ບິນ​ການ​ທະ​ຫານ Gwangju ຈະ​ໄດ້​ຍົກ​ຍ້າຍ​ໄປ​ເມືອງ Muan ຢູ່ໃກ້​ຄຽງ​.

​ທ່ານນາງ Chung Binna, ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ ເກົາ​ຫຼີ ໃຫ້​ຮູ້​ວ່າ​: ເຊີ​ອູນ ພວມ​ປຶກ​ສາ​ຫາລືກັບ ວໍ​ຊິງ​ຕັນ ​ກ່ຽວ​ກັບ​ການ​ຍົກ​ອອກ​ວິ​ທີ​ຍົກ​ຍ້າຍ​ຊົ່ວ​ຄາວ​ບັນ​ດາ​ຖານ​ທີ່​ໝັ້ນການທະ​ຫານ​ຂອງ ອາ​ເມລິ​ກາ ທີ່ຢູ່ໃນ​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດ Gwangju ເຂົ້າ​ຂໍ້​ຕົກ​ລົງ​ສັງ​ລວມ​. ຄາດ​ວ່າ​, ລັດ​ຖະ​ບານ ສ ເກົາ​ຫຼີ ກໍ່​ຈະຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ນີ້.