ເຫດທົດລອງລູກສອນໄຟຂອງ ສປປ.ເກົາຫຼີຢູ່ ເຂດອ່າວ Wonsan ໃນວັນທີ 2 ຕຸລາ 2019 (ພາບ: TTXVN) |
ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ ນິວຢອກ (ອາເມລິກາ), ທ່ານ Kim Song ເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ສປຊ ຖືວ່າ “ຢູ່ເບື້ອງຫຼັງນັ້ນແມ່ນ ການກະທຳທີ່ບໍ່ປອດໃສ” ຂອງ 3 ປະເທດ ອັງກິດ, ຝລັ່ງ, ເຢຍລະມັນ ແລະ ກອງປະຊຸມຈະບໍ່ໄດ້ຮັບການຈັດຂຶ້ນຖ້າຫາກວ່າ ບໍ່ມີຄວາມເຫັນດີຈາກອຳນາດການປົກຄອງທ່ານ Donald Trump ປະທານາທິບໍດີ ອາເມລິກາ. ທ່ານ Kim Song ເນັ້ນໜັກວ່າ ເຫດຍິງທົດລອງ ລູກສອນໄຟຄັ້ງຫຼ້າສຸດຢູ່ເຂດທະເລ ອ່າວ Wonsan ແມ່ນໜຶ່ງໃນບັນດາ “ມາດຕະການປ້ອງກັນຕົວເອງ” ຂອງ ສປປ.ເກົາຫຼີ ແລະ “ມັນບໍ່ແມ່ນໄພນາບຂູ່ເຖິງຄວາມໝັ້ນຄົງຕໍ່ບັນດາປະເທດບ້ານໃກ້ເຮືອນຄຽງ”. ທ່ານກໍ່ຖະແຫຼງວ່າ ສປປ.ເກົາຫຼີຈະບໍ່ຍອມຮັບ ບໍ່ວ່າກອງປະຊຸມໃດໆຂອງ ສະພາຄວາມໝັ້ນຄົງ ສປຊ ທີ່ເຕື້ອງເຖິງ ບັນດາມາດຕະການປ້ອງກັນຕົວ ຂອງ ສປປ.ເກົາຫຼີ ແລະ ທ່ານຈະບໍ່ເຂົ້າຮ່ວມກອງປະຊຸມໃນວັນທີ 8 ຕຸລານີ້.

