|
(ພາບ: Kyodo/TTXVN) |
ກ່າວຄຳເຫັນຕໍ່ວົງການນັກຂ່າວເມື່ອເຂົ້າຮ່ວມກອງປະຊຸມບໍ່ແຜ່ຂະຫຍາຍອາວຸດນິວເຄຼຍຢູ່ນະຄອນຫຼວງມົດສະກູຂອງ ລັດເຊຍ, ທ່ານ Jo Chol –su ເນັ້ນໜັກວ່າ ຝ່າຍ ສປປ.ເກົາຫຼີ ໄດ້ສະຫງວນເວລາໃຫ້ແກ່ອາເມລິກາຫຼາຍແລ້ວ ແລະ ປະເທດນີ້ພວມລໍຄອຍຄຳຕອບໃນທ້າຍປີນີ້. ກ່ອນໜ້ານັ້ນ, ທ່ານ Jo Chol –su ໄດ້ມີການພົບປະກັບ ທ່ານ Mark Lambert ທູດພິເສດຂອງອາເມລິກາຮັບຜິດຊອບກ່ຽວກັບບັນຫາສປປ.ເກົາຫຼີຢູ່ນອກກອງປະຊຸມດັ່ງກ່າວ.

