ເຮືອບິນສອດແນມ U-2S ຂອງ ອາເມລິກາ ລົງຈອດຢູ່ຖານທີ່ໝັ້ນກອງທັບອາກາດ Osan ຂອງ ສ.ເກົາຫຼີ ໃນວັນທີ 30 ພຶດສະພາ (ພາບ:Yonhap) |
ວັນທີ 10 ກໍລະກົດ, ສປປ.ເກົາຫຼີ ກ່າວຫາວ່າ ຫວ່າງມໍ່ໆມານີ້ ເຮືອບິນສອບແນມຂອງ ອາເມລິກາ ໄດ້ລ່ວງລ້ຳເຂດນ່ານຟ້າຂອງປະເທດນີ້, ພ້ອມທັງກ່າວເຕືອນວ່າ ຖ້າການກະທຳດັ່ງກ່າວສືບຕໍ່ເກີດຂຶ້ນ ຈະບໍ່ມີຫຍັງຮັບປະກັນວ່າ ເຮືອບິນດັ່ງກ່າວຈະບໍ່ຖືກຍິງຕົກ.
ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານໂຄສົກກະຊວງປ້ອງກັນປະເທດ ສປປ.ເກົາຫຼີ ໂດຍຖືວ່າ ເຮືອບິນສອດແນມ ອາເມລິກາ ໄດ້ປະຕິບັດຖ້ຽວບິນ “ເກາະຜິດ” ຢູ່ ຮວ່າງໄຫ່ ໃນໄລຍະແຕ່ວັນທີ 2 ກໍລະກົດ - 9 ກໍລະກົດ. ພິເສດ, ຢູ່ທະເລ ຍີ່ປຸ່ນ (East Sea), ເຮືອບິນສອບແນມຍຸດທະສາດຂອງ ກອງທັບອາກາດ ອາເມລິກາ ໄດ້ລະເມີດເຂດນ່ານຟ້າ ສປປ.ເກົາຫຼີ ເປັນຫຼາຍຄັ້ງ. ເຊິ່ງ ເຮືອບິນສອດແນມຂອງ ກອງທັບ ອາເມລິກາ ຖືກຍິງຕົກຢູ່ທະເລ ຍີ່ປຸ່ນ ຈະບໍ່ມີຫຍັງຮັບປະກັນໄດ້ວ່າ ມັນຈະບໍ່ສາມາດເກີດຂຶ້ນ.
ສປປ.ເກົາຫຼີ ກໍຕຳໜິຕິຕຽນ ແຜນການຜັນຂະຫຍາຍກ່ຳປັ່ນດຳນ້ຳ ນິວເຄຼຍ ຂອງ ອາເມລິກາ ໄປຍັງ ສ.ເກົາຫຼີ ແມ່ນໄພນາບຂູ່ທີ່ຮ້າຍແຮງຕໍ່ສັນຕິພາບ, ຄວາມໝັ້ນຄົງຂອງແຫຼມເກົາຫຼີ ກໍຄື ໃນໂລກ.

