(ພາບ: Planet Labs PBC/Handout via REUTERS)
ທ່ານນາງ Kim Yo Jong, ຫົວໜ້າຄະນະຂຶ້ນກັບຄະນະກຳມະການສູນກາງພັກແຮງງານ ສປປ.ເກົາຫຼີ, ຖືວ່າ ຄຳຮຽກຮ້ອງປອດນິວເຄຼຍຂອງ G7 ໄດ້ສ່ອງແສງ “ວິທີການສຳຜັດທີ່ຫຼ້າຫຼັງ”, ພ້ອມທັງຢັ້ງຢືນກຳລັງຄວາມສາມາດນິວເຄຼຍ ແມ່ນຜົນປະໂຫຍດອັນແກ່ນສານຂອງ ສປປ.ເກົາຫຼີ ແລະ ບໍ່ແມ່ນບັນຫາທີ່ຈະສາມາດນຳມາເຈລະຈາໄດ້. ທ່ານນາງ Kim Yo Jong ເນັ້ນໜັກວ່າ ໂຄງການນິວເຄຼຍຂອງ ສປປ.ເກົາຫຼີ ໄດ້ກຳນົດໃນຂໍ້ກຳນົດຂອງລັດຖະທຳມະນູນ ແລະ ແມ່ນພາຫະນະປົກປັກຮັກສາອະທິປະໄຕ ກໍຄືຄວາມໝັ້ນຄົງຂອງຊາດ. ເຈົ້າໜ້າທີ່ທ່ານນີ້ກໍກ່າວເຕືອນວ່າ ທຸກກຳລັງກົດດັນ ແນໃສ່ບັງຄັບໃຫ້ ພຽງຢາງ ປະປ່ອຍກຳລັງຄວາມສາມາດນິວເຄຼຍ ຈະພຽງແຕ່ເຮັດໃຫ້ເພີ່ມກຳລັງສູ້ຢັນກັນເທົ່ານັ້ນ.
ຖະແຫຼງກ່າວຂອງຝ່າຍ ສປປ.ເກົາຫຼີ ໄດ້ຍົກອອກມາພາຍຫຼັງບັນດາການນຳ G7, ເຂົ້າຮ່ວມກອງປະຊຸມສຸດຍອດທີ່ຫາກໍ່ສິ້ນສຸດຢູ່ ຝລັ່ງ.
