ວັນທີ 10 ມິຖຸນາ, ທ່ານ Volker Türk ຂ້າຫຼວງໃຫຍ່ມະນຸດສະທຳ ສປຊ ໃຫ້ຮູ້ວ່າ ສປຊ ຈະຈັດສົ່ງຄະນະກວດກາໄປຍັງ ລີບັງ ໃນອາທິດຈະມາເຖິງເພື່ອແນໃສ່ຕີລາຄາບັນດາການກະທຳອາດສາມາດລະເມີດກົດໝາຍສາກົນຂອງທຸກຝ່າຍທີ່ເຂົ້າຮ່ວມການປະທະກັນຂອງປະເທດນີ້.
ຕາມຂໍ້ມູນທີ່ໄດ້ປະກາດແລ້ວ, ບັນດາການບຸກໂຈມຕີທາງອາກາດຂອງ ອິດສະລາແອັນ ຢູ່ລີບັງໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 3.600 ຄົນ ແລະ ກວ່າ 1 ລ້ານຄົນຕ້ອງອອກຈາກເຮືອນຊານ. ເຖິງວ່າ, ອາເມລິກາໄດ້ປະກາດ ຊຸກຍູ້ບັນລຸໄດ້ຄຳສັ່ງຢຸດຍິງໃນວັນທີ 16 ເມສາ, ກໍ່ຕາມ ແຕ່ການປະທະກັນ ລະຫວ່າງອິດສະລາແອັນ ແລະ ກຳລັງເຮັກໂບລາຍັງດຳເນີນຢູ່. ລັດຖະບານລີບັງໄດ້ກ່າວຫາ ອິດສະລາແອັນ ໄດ້ດຳເນີນການບຸກໂຈມຕີເກືອບ 3.500 ຄັ້ງນັບແຕ່ເວລາຂໍ້ຕົກລົງຢຸດຍິງໄດ້ຮັບການປະກາດ.
