ຕາມ​ການ​ຕີ​ລາ​ຄາ​ຂອງ​ທ່​ານ ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jorge Luis Cepero Aguilar ຜູ້​ຕາງ​ໜ້າ​ ​ຂອງ ກຸຍ​ບາ​ປະ​ຈຳຢູ່​ບັນ​ດາ​ອົງ​ການ​ຂອງ ສ​ປ​ຊ ມີ​ສຳ​ນັກ​ງານ​ຢູ່ ໂຣມ (ອີ​ຕາ​ລີ) ລວມ​ມີ ໂຄງ​ການ​ທັນ​ຍາ​ຫານ​ໂລກ ແລ້ວ, ການ​ຕີ​ລ​າ​ຄາ​ແຜນ​ການ​ນີ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ WFP ຢູ່ ກຸຍ​ບາ, ລວມ​ມີ​ການ​ເຂົ້າ​ເຖິງ ເຊື້ອ​ໄຟ. ແຜນ​ການ​ໄດ້​ສຸມ​ໃສ່​ເຂົ້າ​ການ​ຮ່ວມ​ມື, ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ດ້ານ​ທັນ​ຍາ​ຫານ, ປັບ​ປຸງ​ລະ​ບົບ​ພາ​ລາ​ທິ​ການ ແລະ ການ​ປົກ​ປ້ອງ​ບັນ​ດາ​ກຸ່ມ​ປະ​ຊາ​ຊົນ​ທີ່​ມີ​ຄວາມ​ສ່ຽງ​ສູງກວາ​ໝູ່​ອອກ​ຈາກກ​ານ​ຂາດ​ເຂີນ​ແຫຼ່ງ​ກຳ​ລັງ, ໃນ​ສະ​ພາບ​ການ​ອາ​ເມ​ລິ​ກາ ເພີ່ມ​ການ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ, ການ​ເງິນ​ເລັ່ງ​ໃສ່ ກຸຍ​ບາ.