ໃນຖະແຫຼງການເປັນທາງການ, ທ່ານ Arsenio Dominguez ເລຂາທິການໃຫຍ່ IMO ໃຫ້ຮູ້ວ່າ ບັ້ນເຄື່ອນໄຫວໄດ້ຮັບການຜັນຂະຫຍາຍດ້ວຍການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງ ອີຣານ, ໂອມານ, ບັນດາປະເທດແຄມທະເລໃນພາກພື້ນ, ອາເມລິກາ ພ້ອມກັບບັນດາວິສາຫະກິດທີ່ເຄື່ອນໄຫວໃນຂະແໜງຂົນສົ່ງທາງທະເລ. ຕາມທ່ານເລຂາທິການໃຫຍ່ອົງການ IMO ແລ້ວ, ບັນດາຝ່າຍທີ່ກ່ຽວຂ້ອງບັນລຸໄດ້ບັນດາເງື່ອນໄຂຮັບປະກັນທີ່ຈຳເປັນກ່ຽວກັບຄວາມປອດໄພ, ພ້ອມທັງດຳເນີນການຕີລາຄາບັນດາເງື່ອນໄຂເດີນເຮືອຢ່າງລອບຄອບຖີ່ຖ້ວນແນໃສ່ຮັບປະກັນໃຫ້ການເຄື່ອນໄຫວຍົກຍ້າຍໄດ້ປະຕິບັດຢ່າງປອດໄພ ແລະ ມີປະສິດທິຜົນ.
ບັ້ນດັ່ງກ່າວໄດ້ຮັບການຜັນຂະຫຍາຍໃນສະພາບການເຄື່ອນໄຫວຂົນສົ່ງທາງທະເລຢູ່ເຂດອ່າວເປີເຊຍ ແລະ ເຂດຊ່ອງແຄບທະເລ Hormuz ຖືກຢຸດສະງັກຢ່າງຮ້າຍແຮງໃນໄລຍະຜ່ານມາ ຍ້ອນການປະທະກັນລະຫວ່າງ ອີຣານ ກັບ ອິດສະຣາແອັນ ແລະ ອາເມລິກາ.
