ວັນທີ 12 ກໍລະກົດ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ສະເໜີໃຫ້ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຕໍ່ກຳນົດເວລາຂໍ້ລິເລີ່ມທັນຍາຫານທະເລດຳ ເພື່ອແລກເອົາສິດເຂົ້າລະບົບຊຳລະສາກົນ SWFT. ທ່ານ Stephane Dujarric ໂຄສົກ ສປຊ ໃຫ້ຮູ້ວ່າ, ທ່ານເລຂາທິການໃຫຍ່ Antonio Guterres ໄດ້ສົ່ງຈົດໝາຍເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin ສະເໜີມາດຕະການ ເພື່ອແນໃສ່ສ້າງເງື່ອນໄຂສະດວກ ໃຫ້ແກ່ການເຄື່ອນໄຫວນຳສົ່ງ - ສົ່ງອອກສະບຽງອາຫານ ແລະ ຝຸ່ນ ຂອງ ລັດເຊຍ ກວ່າອີກ, ພ້ອມທັງ ຮັບປະກັນວ່າການຂົນສົ່ງທັນຍາຫານຂອງ ຢູແກຼນ ຈະສືບຕໍ່ໄດ້ຂົນສົ່ງຜ່ານທະເລດຳ. ຕາມນັ້ນແລ້ວ, ລັດເຊຍ ຈະຕໍ່ກຳນົດເວລາຂໍ້ຕົກລົງທັນຍາຫານຢູ່ທະເລດຳຕື່ມອີກ 2 – 3 ເດືອນ ເພື່ອໃຫ້ ສະຫະພາບເອີຣົບ ມີເວລາຟື້ນຟູການເຊື່ອມຕໍ່ຂອງທະນາຄານກະສິກຳ ລັດເຊຍ ກັບລະບົບຊຳລະສາກົນ SWFT. ທ່ານ Dmitri Peskov ໂຄສົກວັງ Kremlin ຍັງບໍ່ທັນມີຄຳເຫັນຕິຊົມກ່ຽວກັບຂໍ້ມູນດັ່ງກ່າວເທື່ອ.