ໃນ​ການ​ພົບ​ປະ, ທ່ານ António Guterres ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ເນັ້ນ​ໜັກ​ເຖິງ​ການ​ສະ​ໜັບ​ສະ​ໜູນສຳ​ລັບ​ ຫວຽດ​ນາມ ແລະ ສ່ວນ​ຕົວ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດະ​ຮຸ່ງ​ຫວຽດ ໃນ​ບົດ​ບາດ​ເປັນ​ປະ​ທານ​ຂອງ​ກອງ​ປະ​ຊຸມ​ສຳຫຼວດກວ​ດ​ຄືນສົນ​ທິ​ສັນ​ຍາ NPT ເຊິ່ງ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 27 ເມ​ສາ ຫາ​ວັນ​ທີ 22 ພຶດ​ສະ​ພາ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ກອງ​ປະ​ຊຸມ​ຈະ​ບັນ​ລຸ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ. ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ​ ເລ​ຂາ​ທິ​ການ​ໃຫຍ່ António Guterres ໄດ້ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ຕໍ່​ລັດ​ທິຫຼາຍ​ຝ່າຍ, ທ່ານ​ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ສ​ປ​ຊ ແລະ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດຫຼາຍກວ່າ​ອີກ, ໂດຍ​ສະ​ເພາະ​ແມ່ນ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ.

ໃນ​ຖາ​ນະ​ເປັນ​ປະ​ທານ​ທີ່​ໄດ້​ຮັບ​ການ​ບົ່ງ​ຕົວ​ຂອງກອງ​ປະ​ຊຸມ​ສຳຫຼວດກວດ​ຄືນ​ສົນ​ທິ​ສັນ​ຍາ NPT ຄັ້ງ​ທີ 11, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດະ​ຮຸ່ງ​ຫວຽດ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ​ເຄົາ​ລົບ​ການ​ຮ່ວມ​ມື, ການ​ໜູນ​ຊ່ວຍ​ຂອງ ສ​ປ​ຊ ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ສາ​ກົນ, ທ່ານ​ປາດ​ຖະ​ໜາ​ວ່າ ສອງ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ທຸກ​ເສົາ​ຄ້ຳ - ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ, ການ​ພັດ​ທະ​ນາແບບ​ຍືນ​ຍົງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດຫຼາຍກວ່າ​ອີກ.

ກວາງ​ຈູງ - ນັກ​ຂ່າວ VOV ປະ​ຈຳ ອາ​ເມ​ລິ​ກາ