ທ່ານເລຂາທິການໃຫຍ່ Antonio Guterres.(ພາບ: THX/TTXVN) |
ວັນທີ 11 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຖະແຫຼງວ່າ ສປຊ ໃຫ້ຄຳໝັ້ນສັນຍາສະໜັບສະໜູນການມອບຮັບສິດອຳນາດຢ່າງສະຫງົບ ຢູ່ ຊີຣີ, ຜ່ານວິວັດທະນາການການເມືອງຮອບດ້ານ ເພື່ອແນໃສ່ຮັບປະກັນເຄົາລົບທຸກສິດຜົນປະໂຫຍດຂອງບັນດາກຸ່ມສ່ວນໜ້ອຍ.
ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນຢູ່ນະຄອນຫຼວງ Pretoria ເຊິ່ງພວມມີການຢ້ຽມຢາມ ອາຟະລິກາໃຕ້, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກວ່າ ປະຊາຄົມສາກົນມີພັນທະ “ເຮັດທຸກສິ່ງທຸກຢ່າງຈົນສຸດຄວາມສາມາດເພື່ອໜູນຊ່ວຍບັນດາການນຳທີ່ແຕກຕ່າງກັນຢູ່ ຊີຣີ” ເພື່ອຮັບປະກັນໃຫ້ເຂົາເຈົ້າພ້ອມກັນເຮັດວຽກ ແລະ ຊຸກຍູ້ວິວັດທະນາການມອບຮັບສິດອຳນາດໃນຄວາມສະຫງົບ ແລະ ມີການເຂົ້າຮ່ວມຂອງທຸກຝ່າຍ. ຜູ້ນຳໜ້າ ສປຊ ຢັ້ງຢືນວ່າ ປີຜ່ານມາ ຊີຣີ ໄດ້ເຫັນປະຈັກຕາທຸກການແບ່ງແຍກ ແລະ ປັດຈຸບັນແມ່ນຈຸດເວລາທີ່ຕ້ອງເຕົ້າໂຮມຄວາມສາມັກຄີເພື່ອໃຫ້ປະເທດນີ້ສ້າງຕັ້ງດິນແດນຂອງຕົນຄືນໃໝ່.

