ທ່ານ Hans Grundberg ທູດພິເສດຂອງ ສປຊ ຮັບຜິດຊອບກ່ຽວກັບບັນຫາຢູ່ ເຢແມນ (ພາບ: Twitter/TTXVN)

ຕາມແຜນການແລ້ວ, ທ່ານ Hans Grundberg ຈະມີການພົບປະກັບທ່ານ Maeen Abdul Malik Saeed ນາຍົກລັດຖມົນຕີ ເຢແມນ ແລະ ເຈົ້າໜ້າທີ່ຂັ້ນສູງຈຳນວນໜຶ່ງຂອງປະເທດນີ້. ທ່ານ Hans Grundberg ພວມມານະພະຍາຍາມກະຕຸກຊຸກຍູ້ ລັດຖະບານ ເຢແມນ ແລະ ພວກກະບົດ Houthi ຍອມຮັບແຜນການສ້າງສັນຕິພາບຂອງ ສປຊ, ຕາມນັ້ນແລ້ວ ຮຽກຮ້ອງໃຫ້ບັນດາຝ່າຍ ກ້າວໄປເຖິງຂໍ້ຕົກລົງຢຸດຍິງໃນຂອບເຂດທົ່ວປະເທດໃນທັນທີ.

ແຜນການສ້າງສັນຕິພາບໂດຍ ສປຊ ປົກປ້ອງນັ້ນ ກໍຮຽກຮ້ອງກຳລັງ Houthi ຢຸດຕິການບຸກໂຈມຕີໃສ່ນະຄອນພາກກາງ Marib, ເປີດປະຕູສະໜາມບິນ Sanaan ແລະ ຍົກເລີກຂໍ້ຄວາມຈຳກັດສຳລັບ ທ່າກ່ຳປັ່ນ Hodeidah.