ວັນ​ທີ 19 ສິງ​ຫາ, ທ່ານ Antonio Guterres ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່ເລື່ອງ ອາ​ເມ​ລິ​ກາ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສອງ​ທ່ານ​ຂອງ ສານ​ອາ​ຍາ​ສາ​ກົນ (ICC). ທ່ານ Stephane Dujarric ໂຄ​ສົກ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໃຫ້​ຮູ້​ວ່າ ທ່ານ Antonio Guterres ມີ​ຄວາມ​ວິ​ຕົກ​ກັງ​ວົນ​ພິ​ເສດ​ຕໍ່​ບັນ​ດາ​ມາດ​ຕະ​ການ​ເລັ່ງ​ໃສ່​ທ່ານ ປະ​ທານ Tomoko Akane ແລະ ທ່ານ Abdoulaye Seye ໄອ​ຍະ​ການ​ພິ​ພາກ​ສາ​ຂັ້ນ​ສູງ, ກໍ່​ຄື​ເລື່ອງ​ອາ​ເມ​ລິ​ກາ ສືບ​ຕໍ່​ໝູນ​ໃຊ້​ບັນ​ດາ​ມາດ​ຕະ​ການ​ຄ້າຍ​ຄື​ກັນ​ ເລັ່ງ​ໃສ່​ພະ​ນັກ​ງານ​ອື່ນໆ​ຂອງ ICC. ທ່ານ Stephane Dujarric ເນັ້ນ​ໜັກ​ວ່າ ສ​ປ​ຊ ແລະ ICC ແມ່ນ​ສອງ​ອົງ​ການ​ຕ່າງ​ຫາກ ມີ​ບົດ​ບາດ​ໜ້າ​ທີ່​ແຕກ​ຕ່າງ​ກັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສ​ປ​ຊ ຖື ICC ແມ່ນ​ເສົາ​ຄ້ຳ​ສຳ​ຄັນຂອງ​ລະ​ບົບ​ຍຸ​ຕິ​ທຳ​ອາ​ຍາ​ສາ​ກົນ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Guterres “ມີ​ຄວາມ​ເຄົາ​ລົບ​ນັບ​ຖື​ທີ່​ສຸດ​ຕໍ່ວຽກ​ງານ​ຂອງ ICC”