ນາຍທະຫານຄະນະຮັກສາສັນຕິພາບຂອງ ສປຊ ປະຕິບັດໜ້າທີ່ຢູ່ Timbuktu, Mali (ພາບປະກອບ: AFP/TTXVN)

ໃນຖະແຫຼງການສະບັບໜຶ່ງ, ຜູ້ນຳຄະນະ, ທ່ານ El – Ghassim Wane ເນັ້ນໜັກວ່າ ຕ້ອງຊອກຈັບຕົວໄດ້ຜູ້ກໍ່ການບຸກໂຈມຕີດັ່ງກ່າວໄດ້ຢ່າງວ່ອງໄວ ແລະ ດຳເນີນຄະດີຕາມກົດໝາຍ. ຍ້ອນຈຸດປະສົງດັ່ງກ່າວ MINUSMA ພ້ອມແລ້ວທີ່ຈະສະໜອງທຸກອຸປະກອນທີ່ຈຳເປັນໃຫ້ແກ່ອຳນາດການປົກຄອງ Mali ເພື່ອດຳເນີນການສືບສວນທີ່ຈຳເປັນ.

ໃນແຈ້ງການວັນທີ 22 ເມສາ, ລັດຖະບານ Mali ຢືນຢັນວ່າ ເຫດບຸກໂຈມຕີດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ ແລະ ຜູ້ຮັບບາດເຈັບ 61 ຄົນ. ກຳລັງປ້ອງກັນຄວາມສະຫງົບໄດ້ດັບສູນຜູ້ກໍ່ການຮ້າຍ 28 ຄົນ.