ຕອນຄ່ຳວັນທີ 25 ມິຖຸນາ, ອົງການເດີນທະເລຂອງ ສປຊ (IMO), ໄດ້ຖະແຫຼງ ຢຸດຕິບັ້ນກູ້ຊ່ວຍກຳປັ່ນຂົນສົ່ງສິນຄ້າ 600 ລຳ ແລະ ລູກເຮືອ 11.000 ຄົນ ທີ່ຖືກຕິດຄ້າງຢູ່ເຂດອ່າວເປີເຊຍ ຍ້ອນການປະທະກັນ. ການກະທຳນີ້ໄດ້ຍົກອອກມາພາຍຫຼັງເວລາທີ່ກຳປັ່ນຂົນສົ່ງສິນຄ້າລຳໜຶ່ງທີ່ບໍ່ທັນຮູ້ວ່າແມ່ນຂອງປະເທດໃດ ຖືກບຸກໂຈມຕີຢູ່ເຂດທະເລ Oman ໃນຕອນແລງວັນທີ 25 ມິຖຸນາ ແຕ່ບໍ່ກໍ່ຜົນເສຍຫາຍໃດໆທາງຊີວິດອິນຊີເທື່ອ.
ນີ້ແມ່ນຄັ້ງທຳອິດນັບແຕ່ເວລາ ອາເມລິກາ ແລະ ອີຣານ ບັນລຸໄດ້ຂໍ້ຕົກລົງເມື່ອກາງເດືອນນີ້ ຊື່ງມີກຳປັ່ນຂົນສົ່ງສິນຄ້າຖືກບຸກໂຈມຕີຢູ່ບັນດາເຂດທະເລຂອງພາກພື້ນນີ້. ເຫດການໄດ້ດຳເນີນໄປ ໃນສະພາບການທີ່ອົງການເດີນທະເລສາກົນ ຂຶ້ນກັບ ສປຊ (IMO) ເມື່ອວັນທີ 23 ມິຖຸນາ ເລີ່ມເປີດບັ້ນພິເສດ ແນໃສ່ກູ້ຊ່ວຍກຳປັ່ນຂົນສົ່ງສິນຄ້ານັບຮ້ອຍລຳ ພ້ອມກັບລູກເຮືອປະມານ 11.000 ຄົນທີ່ພວກຖືກຕິດຄ້າງຢູ່ເຂດອ່າວເປີເຊຍ ເນື່ອງຈາກຊ່ອງແຄບທະເລ Hormuz ຖືກປິດຍ້ອນການປະທະກັນ.
ກ່ຽວຂ້ອງເຖິງບັນຫາຊ່ອງແຄບທະເລ Hormuz, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ພ້ອມກັບຄູ່ຕຳແໜ່ງບັນດາປະເທດຂຶ້ນກັບສະພາການຮ່ວມມືເຂດອ່າວ (GCC), ຄື Saudi Arabia, UAE, Kuwait, Qatar, Bahrain ແລະ Oman, ໄດ້ອອກຖະແຫຼງການຮ່ວມ ໃນວັນທີ 25 ມິຖຸນາ ໂດຍຮຽກຮ້ອງໃຫ້ເປີດຊ່ອງແຄບທະເລ Hormuz ຄືນໃໝ່ ແລະ ປະຕິເສດການຈັດວາງການເກັບຄ່າທຳນຽມຕໍ່ສາຍຂົນສົ່ງສາກົນພິເສດນີ້.
