ທ່ານ ໂງຕ໊ຽນຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ແອັດສະປາຍຖ່າຍຮູບກັບບັນດາຜູ້ແທນ

ກ່າວຄຳເຫັນທີ່ພິທີ, ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມປະຈຳຍີ່ປຸ່ນໃຫ້ຮູ້ວ່າ ພ້ອມກັບການພັດທະນາເສດຖະກິດ - ສັງຄົມ, ກຳລັງຄວາມສາມາດດ້ານປ້ອງກັນຊາດຂອງ ຫວຽດນາມບັນລຸໄດ້ຜົນສຳເລັດໃດໜຶ່ງ. ທ່ານ ຫວູຮົ່ງນາມ ຕີລາຄາສູງຕໍ່ການພັດທະນາຢ່າງໄວວາໃນການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ຍີ່ປຸ່ນໃນໄລຍະມໍ່ໆມານີ້, ພ້ອມທັງປາດຖະໜາຢາກໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງກ້ວາງແຂວງເລິກເຊິ່ງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນພັດທະນາກ່ວາອີກ, ພິເສດແມ່ນໃນຂົງເຂດປ້ອງກັນຊາດ.

ວັນທີ 18 ທັນວາ, ທ່ານ ໂງຕ໊ຽນຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ແອັດສະປາຍ ໄດ້ເປັນປະທານງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (1989 - 2019) ແລະ 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (1944 - 2019).