ການເຄື່ອນໄຫວດັ່ງກ່າວຖືກຈັດຂຶ້ນຢູ່ 3 ເສົາທຸກງຊາດ ໃນເກາະ ໂຕໂຕ ໃຫຍ່, ເກາະ ແທັງເລິນ ແລະ ເກາະ ເຈິ່ນ ຂຶ້ນກັບເຂດພິເສດ ໂຕໂຕ, ແຂວງ ກວາງນິງ. ໃນບັນຍາກາດທີ່ເຄັ່ງຂຶມ, ທຸງແດງດາວເຫຼືອງປິ່ວສະບັດໃນທ້ອງຟ້າຢັ້ງຢືນຄວາມເອກອ້າງທະນົງໃຈຂອງຊາດ, ເຈດຈຳນົງອັນສະຫງ່າອົງອາດ ແລະ ຄວາມຄາດຫວັງບືນຕົວຂຶ້ນຢ່າງແຮງຂອງກອງທັບ ແລະ ປະຊາຊົນ ໂກໂຕ.
ເນື່ອງໃນໂອກາດນີ້, ເຂດພິເສດ ໂກໂຕ ໄດ້ຈັດສັບປະດາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວລະດູຮ້ອນປີ 2026 ດ້ວຍຫຼາຍກິດຈະກຳທີ່ເປັນເອກະລັກ: ງານວາງສະແດງພາບຖ່າຍກ່ຽວກັບ ໂກໂຕ, ຕະຫຼາດນັດບັນດາຜະລິດຕະພັນກະເສດ, ສິນພິເສດຂອງທ້ອງຖິ່ນ, ການລະຫຼິ້ນພື້ນເມືອງ, ງານບຸນປ່ອຍວາວພາຍໃຕ້ຫົວຂໍ້ “ໂກໂຕ - ບິນຂຶ້ນພ້ອມກັບທະເລສີຂຽວ”. ພິເສດ ແມ່ນລາຍການທຳຄວາມສະອາດຫາດຊາຍທະເລ “ຮ່ວມແຮງຮ່ວມໃຈເພື່ອທະເລສີຂຽວ” ໂດຍມີການເຂົ້າຮ່ວມຂອງພະນັກງານ, ນັກຮົບ, ປະຊາຊົນ ພ້ອມດ້ວຍບັນດາຮາກຖານດຳເນີນທຸລະກິດ, ການບໍລິການ ແລະ ທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
