ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ປະດັບ ຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນໜຶ່ງ ໃຫ້ກົມໂຄສະນາອົບຮົມຍ້ອນມີຜົນງານດີເດັ່ນໃນວຽກງານຝືກອົບຮົມ, ກຽມພ້ອມສູ້ຮົບ, ກໍ່ສ້າງກຳລັງກອງທັບປະຊາຊົນ, ປັບປຸງການປ້ອງກັນຊາດ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ. ທ່ານພົນເອກຫງວຽນຈ້ອງເຫງ້ຍ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ຢັ້ງຢືນວ່າການ ອຸທິດສ່ວນຂອງກົມໂຄສະນາອົບຮົມ ແລະ ຂະແໜງໂຄສະນາອົບຮົບກອງທັບໄດ້ປະກອບສ່ວນໂດຍກົງເຂົ້າໃນການສ້າງກອງທັບມີຄວາມໝັ້ນແກນດ້ານການເມືອງ, ກາຍເປັນກຳລັງການເມືອງຢ່າງແທ້ຈິງ, ກຳລັງຕໍ່ສູ້ທີ່ມີຄວາມຈົ່ງຮັກພັກດີ, ມີຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ, ລັດ ແລະ ປະຊາຊົນ.
