(ພາບ:VOV)

ຕອນບ່າຍວັນທີ 23 ກໍລະກົດ, ໃນການລາຍງານຂໍ້ສະເໜີແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021-2025 ທີ່ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ 15, ທ່ານລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດ່າວງອກຢຸງ ຢືນຢັນວ່າ ແຜນນະໂຍບາຍນີ້ ແມ່ນເພື່ອແນໃສ່ປະຕິບັດເປົ້າໝາຍຫລຸດຜ່ອນຄວາມທຸກຍາກຫຼາຍທິດ, ກວມລວມ, ຍືນຍົງ; ໜູນຊ່ວຍຄົນທຸກຍາກ, ຄອບຄົວທຸກຍາກມີລະດັບຄ່າຄອງຊີບທີ່ດີກ່ວາ, ສຳຜັດກັບບັນດາການບໍລິການສັງຄົມພື້ນຖານຢ່າງຄົບຖ້ວນ; ໜູນຊ່ວຍບັນດາບໍລິເວນທຸກຍາກ ຫລຸດພົ້ນອອກຈາກສະພາບຫຍຸ້ງຍາກພິເສດ.

ຕາມທ່ານລັດຖະມົນຕີແລ້ວ, ໂຄງການດັ່ງກ່າວລວມມີ 6 ລາຍການ ດ້ວຍຈຳນວນທຶນສະເໜີທັງໝົດແມ່ນ 75.000 ຕື້ດົ່ງ ຊື່ງຈະປະຕິບັດໃນຂອບເຂດທົ່ວປະເທດ, ຊື່ງໃນນັ້ນສຸມໃສ່ລົງທຶນໃຫ້ບັນດາເມືອງທຸກຍາກ, ຕາແສງປະສົບກັບຄວາມຫຍຸ້ງຍາກພິເສດ ເຂດແຄມທະເລ ແລະ ໝູ່ເກາະ.