ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຫງວຽນຈ້ອງເຫງຍ ໄດ້ຈູດທູບໃຕ້ທຽນອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ:TTXVN) |
ກ່າວຄຳເຫັນຕໍ່ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນນະຄອນ ຖູດຶກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫວຽນຈ້ອງເຫງຍ ເນັ້ນໜັກວ່າ ວຽກງານສະແດງຄວາມຮູ້ບຸນຄຸນ, ອາໄລຫາບັນດານັກຮົບວິລະຄົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ; ຢື້ຢາມຖາມຂ່າວ, ໃຫ້ກຳລັງໃຈແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ສະແດງໃຫ້ເຫັນມູນເຊື້ອຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ ຫວຽດນາມ. ນັ້ນແມ່ນຄວາມຮັບຜິດຊອບ, ນ້ຳໃຈຂອງພັກ, ລັດ, ທຸກຂັ້ນ, ທຸກຂະແໜງການ ແລະ ຂອງທົ່ວສັງຄົມ ໃນການຕອບບຸນແທນຄຸນ, ຮ່ວມແຮງຮ່ວມໃຈປະຕິບັດວຽກງານສັງຄົມໃຫ້ເປັນຢ່າງດີ.
ກໍໃນຕອນຄ່ຳຂອງວັນທີ 25 ກໍລະກົດ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊິນ, ແຂວງ ກວ໋າງຈິ, ໄດ້ດຳເນີນລາຍການສະແດງສິລະປະ “ນ້ຳໃຈເດືອນກໍລະກົດ - ຖະຫວາຍດອກໄມ້ອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ”.

