ວັນທີ 22 ກໍລະກົດ, ບັນດາອົງການມະນຸດສະທຳຂອງ ສປຊ ໃຫ້ຮູ້ວ່າການເຄື່ອນໄຫວດ້ານການທະຫານພວມນັບມື້ນັບເພີ່ມຂຶ້ນຂອງອິດສະລາແອັນ ພ້ອມກັບສະພາບການຂາດຄວາມໝັ້ນຄົງ ແລະ ຍົກຍ້າຍປະຊາຊົນ, ພວມເຮັດໃຫ້ສະພາບການເປັນຢູ່ຢູ່ບັນດາສູນຫຼົບໄພ ຢູ່ ເຂດກາຊາຢູ່ໃນລະດັບຮ້າຍແຮງ. ຕາມຫ້ອງວ່າການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (OCHA)ແລ້ວ, ບັນດາຂໍ້ຈຳກັດກ່ຽວກັບຈຳນວນ ແລະ ຄຸນນະພາບວັດຖຸອຸປະກອນທີ່ໄດ້ຮັບການອະນຸຍາດນຳເຂົ້າເຂດກາຊາ ພວມເຮັດໃຫ້ສະພາບການເປັນຢູ່ຮ້າຍແຮງຂຶ້ນຕື່ມ. OCHA ຮຽກຮ້ອງການຮັກສາການເຂົ້າເຖິງຂອງບັນດາວັດຖຸອຸປະກອນທີ່ຈຳເປັນ, ພ້ອມທັງກ່າວເຕືອນບັນດາຄອບຄົວທີ່ມີຄວາມສ່ຽງສູງກວ່າໝູ່ຕ້ອງມີບ່ອນຢູ່ທີ່ປອດໄພ, ມີຄວາມສາມາດຮັບມືກັບສະພາບດິນຟ້າອາກາດກ່ອນເວລາ ລະດູໜາວຈະວຽນມາ.
