ສະຫະພາບ ເອີລົບ (EU) ໄດ້ຈັດວາງລະດັບພາສີອາກອນໃໝ່ສຳລັບສິນຄ້າການຄ້າເອເລັກໂຕນິກ ນຳເຂົ້າທີ່ມີລາຄາຕ່ຳເພື່ອຈຳກັດ ການແກ້ງແຍ້ງທີ່ບໍ່ໂປ່ງໃສ ຈາກບັນດາຜູ້ຂາຍຍ່ອຍທາງອອນໄລທີ່ມີລາຄາຖືກຢູ່ນອກ EU, ສ່ວນຫຼາຍມີສຳນັກງານຕັ້ງຢູ່ ຈີນ. ຕາມຄະນະກຳມະການເອີລົບແລ້ວ, ລະດັບຍົກເວັ້ນພາສີ 150 ເອີໂຣ ຖືກລົບລ້າງແຕ່ວັນທີ 1 ກໍລະກົດປີນີ້. ສິນຄ້າເອເລັກໂຕນິກທຸກງວດເມື່ອນຳເຂົ້າມາເຂົ້າສະຫະພາບ ເອີລົບ (EU) ລ້ວນແຕ່ຕ້ອງເສຍອັດຕາພາສີ. ລະດັບພາສີໝັ້ນຄົງທີ່ກຳນົດໃໝ່ແມ່ນ 3 ເອີໂຣ ຕໍ່ຜະລິດຕະພັນໜຶ່ງ. ບັນດາໃບສັ່ງຊື້ສິນຄ້າທີ່ມີສິນຄ້າຫຼາຍປະເພດແຕກຕ່າງກັນ ຕ້ອງຈ່າຍທຳນຽບອື່ນໆອີກ. ການນຳໃຊ້ຂໍ້ກຳນົດແມ່ນແນໃສ່ບັນຫາຈຳນວນສິນຄ້າລາຄາຖືກທີ່ນັບມື້ນັບເພີ່ມຂຶ້ນ ເຊິ່ງໄດ້ຂາຍຜ່ານບັນດາແພຼດຟອມຄື: Temu ແລະ AliExpress.
ສະຫະພາບ ເອີລົບ ຮັດກຸ່ມພາສີສິນຄ້າການຄ້າເອເລັກໂຕນິກລາຄາຖືກຢູ່ນອກ EU
[VOVWORLD] - ສິນຄ້າເອເລັກໂຕນິກທຸກງວດເມື່ອນຳເຂົ້າມາເຂົ້າສະຫະພາບ ເອີລົບ (EU) ລ້ວນແຕ່ຕ້ອງເສຍອັດຕາພາສີ.
