ວັນທີ 13 ສິງຫາ, ສະຖານທູດ ຫວຽດນາມ ປະຈຳຈີນ, ໃນຖານະຕຳແໜ່ງເປັນປະທນໝູນວຽນຄະນະກຳມະການອາຊຽນ ປະຈຳ ປັກກິ່ງ (ACB) ໄດ້ຈັດພິທີສະຫຼອງ 59 ປີແຫ່ງວັນສ້າງຕັ້ງອາຊຽນ (8/8/1967 - 8/8/2026). ເຫດການມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດສະມາຊິກ ອາຊຽນ ປະຈຳຈີນ ແລະ ສູນອາຊຽນ - ຈີນ.
ກ່າວຄຳເຫັນທີ່ເຫດການ, ທ່ານ ຟ້າມແທງບິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຢັ້ງຢືນວ່າ: ພາຍຫຼັງ 59 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ອາຊຽນກາຍເປັນປະຊາຄົມລວມມີ 11 ປະເທດສະມາຊິກ, ສ່ອງແສງ ຄວາມຫຼາກຫຼາຍ ແລະ ຂະຫຍັນຂັນເຄື່ອນຂອງ ພາກພື້ນຢ່າງຄົບຖ້ວນ. ຕາມທ່ານເອກອັກຄະລັດຖະທູດ ຟ້າມແທັງບິ່ງແລ້ວ, ບົດບາດເປັນໃຈກາງ ແລະ ສາມັກຄີຂອງ ອາຊຽນແມ່ນບັນດາປັດໄຈສຳຄັນປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ການຮ່ວມມືໃນພາກພື້ນ.
