ທ່ານ ໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫາ​ກໍ່​ເຊັນ​ປະ​ກາດ​ໃຊ້​ແຜນ​ການ​ກະ​ທຳ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂຕາມ​ການ​ສະ​ເໜີ​ແນະ​ຂອງ ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ຢູ່ການ​ກວດ​ກາ​ຄັ້ງ​ທີ 5 ກ່ຽວ​ກັບ​ການຕ້ານ​ການ​ຂຸ​ດ​ຄົ້ນ​ສິນ​ທະ​ເລ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ (IUU), ກະ​ກຽມ​ເອ​ກະ​ສານ​, ຂໍ້​ມູນ ແລະ ຫຼັກ​ຖານ​ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ​ເພື່ອ​ເຮັດ​ວຽກ​ກັບ EC, ຕັດ​ສິນ​ໃຈ​ແກ້​ໄຂ​ຄຳ​ກ່າວ​ເຕືອນ​ບັດ​ເຫຼືອງ​ໃນ​ປີ 2026, ພ້ອມ​ທັງ​ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ ຫວຽດ​ນາມ ທີ່​ໂປ່ງ​ໃສ, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ຍືນ​ຍົງ.