ກອງປະຊຸມຄົບຄະນະຂອງສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິຊົມເຊີມສັນຍາ BBNJ (ພາບ:VOV)

ຢູ່ກອງປະຊຸມໃນວັນທີ 1 ສິງຫາ. ຢູ່ນິວຢອກ (ອາເມລິກາ), ສະມັດຊາໃຫຍ່ ສປຊ ຊົມເຊີຍເລື່ອງຮັບຮອງເອົາສັນຍາ BBNJ ຢ່າງເປັນທາງການ, ສ້າງຂີດໝາຍສິ້ນສຸດວິວັດການເຈລະຈາທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ສັບສົນແກ່ຍາວເກືອບ 20 ປີຜ່ານມາ. ຕາມນັ້ນແລ້ວ, ສະມັດຊາໃຫຍ່ ສປຊ ໄດ້ເຫັນດີຕໍ່ບັນດາຂໍ້ສະເໜີແນະກ່ຽວກັບວຽກງານຈັດຕັ້ງ, ງົບປະມານ ເພື່ອແນໃສ່ຮັບປະກັນໃຫ້ສັນຍາໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ ແລະ ກຳນົດວັນເວລາລົງນາມສັນຍາສະບັບດັ່ງກ່າວໃນວັນທີ 20 ກັນຍາ ຈະມາເຖິງ. ສະມັດຊາໃຫຍ່ ສປຊ ກໍຮຽກຮ້ອງໃຫ້ບັນດາປະເທດ, ບັນດາອົງການຈັດຕັ້ງເສດຖະກິດຂອງພາກພື້ນ ພິຈາລະນາລົງນາມ, ໃຫ້ສັດຕະຍາບັນເພື່ອໃຫ້ສັນຍາສະບັບດັ່ງກ່າວມີຜົນສັກສິດໂດຍໄວ; ພ້ອມທັງຕົກລົງເພີ່ມເຕີມເນື້ອໃນກ່ຽວກັນສັນຍາ BBNJ ເຂົ້າໃນໂຄງການດຳເນີນງານປະຈຳປີຂອງ ສະມັດຊາໃຫຍ່ ສປຊ.

ສັນຍາສະບັບດັ່ງກ່າວເປີດເຊັນໃນຮອບເວລາ 2 ປີ ນັບແຕ່ວັນທີ 20 ກັນຍາ 2023 ຢູ່ ສຳນັກງານ ສປຊ, ຢູ່ນິວຢອກ ແລະ ຈະມີຜົນສັກສິດ 120 ວັນ ພາຍຫຼັງທີມີ 60 ປະເທດເຂົ້າຮ່ວມ ຫຼື ໃຫ້ສັດຕະຍາບັນ.

ນັກຂ່າວ VOV ປະຈຳ ອາເມລິກາ