ການນຳພັກ, ລັດ, ລັດຖະບານເຂົ້າຮ່ວມພິທີໄຂກອງປະຊຸມວິສາມັນຄັ້ງທີ I, ສະພາແຫ່ງຊາດຫວຽດນາມ ຊຸດທີ XV (ພາບ: TTXVN) |
ຕອນເຊົ້າວັນທີ 04 ທັນວາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ໄຂກອງປະຊຸມວິສາມັນຄັ້ງທີ I ຕາມຮູບການທາງໄກ ໂດຍເຊື່ອມຕໍ່ກັບ 62 ແຂວງ, ນະຄອນ. ເຂົ້າຮ່ວມພິທີໄຂ ມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກ ກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດຊຸດທີ XV. ກອງປະຊຸມໄດ້ຮັບການຖ່າຍທອດສົດຜ່ານທາງໂທລະພາບ ແລະ ວິທະຍຸກະຈາຍສຽງ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ພິທີໄຂ (ພາບ: TTXVN) |
“ອີງໃສ່ຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງປະເທດຊາດ, ອີງໃສ່ຂໍ້ກຳນົດຂອງລັດຖະທຳມະນູນ, ກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງຮຽກໂຮມກອງປະຊຸມວິສາມັນເທື່ອທີ I, ສະພາແຫ່ງຊາດຊຸດທີ XV ແນໃສ່ພິຈາລະນາ, ຕົກລົງບັນດາບັນຫາໃຫຍ່, ສຳຄັນ, ຮີບດ່ວນກ່ຽວກັບເສດຖະກິດ, ສັງຄົມ, ການເງິນ, ງົບປະມານ, ເພື່ອໜູນຊ່ວຍໂຄງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ”.
ໃນວາລະປະຊຸມຂອງວັນທີ 4 ມັງກອນ, ສະພາແຫ່ງຊາດຊຸດທີ XV ໄດ້ພິຈາລະນາ, ຮັບຮອງເອົາມະຕິວ່າດ້ວຍການປະຕິບັດທົດລອງບາງກົນໄກ, ນະໂຍບາຍສະເພາະການພັດທະນາຂອງນະຄອນ ເກີ່ນເທີ ເພື່ອແນໃສ່ຫັນເນື້ອໃນຂອງມະຕິສະບັບຕ່າງໆຂອງສູນກາງພັກ, ກົມການເມືອງກ່ຽວກັບການກໍ່ສ້າງ ແລະ ພັດທະນານະຄອນ ເກີ່ນເທີ ເປັນລະບອບລະບຽບການຢ່າງທັນການ.
ໃນໜັງສືຍື່ນສະເໜີຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການປະຕິບັດທົດລອງບາງກົນໄກ, ນະໂຍບາຍສະເພາະການພັດທະນານະຄອນ ເກີ່ນເທີ, ນອກຈາກເປົ້າໝາຍພັດທະນາ ເກີນເທີ ໃຫ້ເປັນສູນກາງຂອງເຂດຊີວະພາບທີ່ສີວິໄລ, ທັນສະໄໝ, ເປັນຕົວເມືອງຫຼັກແຫຼ່ງແກ່ນສານຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມະຕິກໍຍັງສະເໜີໃຫ້ກໍ່ສ້າງສູນຮ່ວມສຳພັນ, ສູນຜະລິດ, ປຸງແຕ່ງ ແລະ ບໍລິໂພກຜະລິດຕະພັນກະເສດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຢູ່ ເກີນເທີ ອີກດ້ວຍ.


