ຕາມ​ລາຍ​ການກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ​ສອງ, ສະ​ພາ​ແຫ່ງ​ຊາດ ຫວຽດນາມ ​ຊຸດ​ທີ XVI, ຕອນ​ເຊົ້າ​ວັນ​ທີ 30 ຕຸ​ລາ, ຢູ່​ຮ່າ​ໂນ້ຍ ສະ​ພາ​ແຫ່​ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບຮ່າງ​ກົດ​ໝາຍ​ວ່າ​ດ້ວຍການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ (ສະ​ບັບ​ປັບ​ປຸງ) ແລະ ຮ່າງ​ກົດ​ໝາຍ​ວ່າດ້ວຍການປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ຢູ່​ຂັ້ນຮາກ​ຖານ (ສະ​ປັບ​ປັບ​ປຸງ).

ຕອນ​ບ່າຍ​ວັນ​ທີ 30 ຕຸ​ລາ, ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2026 ແລະ ຂຶ້ນແຜນປີ 2027; ສະພາບການປະຕິບັດງົບປະມານແຫ່ງລັດ ປີ 2026, ຂຶ້ນແຜນ​ງົບ​ປະ​ມານ​ແຫ່ງ​ລັດ ແລະ ແບບວິ​ທີ​ການ​ຈັດ​ແບ່ງ​ງົບ​ປະ​ມານ​ສູນ​ກາງ ປີ 2027; ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ປີ 2026 ແລະ ຂຶ້ນ​ແຜນ​ການ ປີ 2027; ຊຳ​ລະ​ງົບ​ປະ​ມານ​ແຫ່ງ​ລັດ ປີ 2025.

ດ້ວຍທັດສະນະທີ່ວ່າ ເສດຖະກິດຕ້ອງບັນ​ລຸ​ລະ​ດັບເຕີບໂຕທີ່ສູງກວ່າ ​ແຕ່​ຕ້ອງ​ອີງບົນພື້ນ​ຖານໜັກແໜ້ນກວ່າ, ທ່ານນາງ ເຈິ່ນທິຮົ່ງແທັງ, ສະມາຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ນິງບິ່ງ, ສະເໜີວ່າ:

"ເປົ້າໝາຍການເຕີບໂຕຕ້ອງໄດ້ປະ​ຕິ​ບັດໃນຂອບເຂດທີ່ປອດໄພ, ບໍ່​ກໍ່​ຄວາມ​ກົດ​ດັນໃນ​ຕໍ່​ໜ້າ​ເຮັດ​ໃຫ້​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ​ຂອງການ​ບໍ​ລິ​ຫານ​ໃນ​ຊຸມ​ປີ​ຕໍ່ໆໄປ​ຖືກ​ຫຼຸດ​ຜ່ອນ​ລົງ ​ຫັນ​ຈຸດ​ສຸມ​ຈາກການລະດົມທຶນໄປສູ່ການຈັດແບ່ງທຶນ​ໃຫ້ມີ​ປະ​ສິດ​ທິ​ຜົນ ແລະ ຮັບປະກັນຄວາມໝັ້ນຄົງດ້ານການເງິນ. ສຳລັບບັນ​ດາ​​ໂຄງ​ການຄົມ​ມະ​ນາ​ຄົມ, ໄຟຟ້າ ແລະ ພະລັງງານ, ​ໂຄງການຂະໜາດໃຫຍ່ພຽງ​ແຕ່ຈະເລີ່ມ​ລົງ​ມືກໍ່​ສ້າງເມື່ອ​ເຮັດ​ແຈ້ງແຫຼ່ງທຶນ, ​ຄວາມ​ຄືບ​ໜ້າ ແລະ ​ຄວາມ​ສາ​ມາດເຊື່ອມຕໍ່."

ສະ​ພາ​ແຫ່ງ​ຊາດ​ກໍ່​ພິ​ຈາ​ລະ​ນາເລື່ອງ​ສະ​ຫຼຸບ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 66 ລົງ​ວັນ​ທີ 29 ພະ​ຈິກ 2013 ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ສິ້ນ​ສຸດ​ການ​ລົງ​ທຶນ​ກໍ່​ສ້າງ​ໂຄງ​ການ​ເສັ້ນ​ທາງ ໂຮ່​ຈີ​ມິນ​ ຂອບຂະ​ໜາດສອງ​ເລນ.