ລູກສອນໄຟນຳວິຖີ ຂອງ ອາເມລິກາ ໄດ້ວາງສະແດງທີ່ກອງປະຊຸມ ຢູ່ວໍຊິງຕັນ (ພາບ: AFP/TTXVN)

ຮ່າງກົດໝາຍດັ່ງກ່າວ ມີຊື່ວ່າ “ກົດໝາຍວ່າດ້ວຍການປົກປ້ອງຜູ້ທີ່ມີທັດສະນະບໍ່ລົງລອຍກັນຂອງ ອາຣັບບີ ຊະອຸດິ ປີ 2021” ເຊິ່ງໄດ້ຮັບການຮັບຮອງເອົາ ດ້ວຍຈຳນວນບັດສະໜັບສະໜູນ 350 ບັດ ແລະ ບັດຄ້ານ 71 ບັດ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ຍັງບໍ່ທັນຮູ້ຢ່າງຈະແຈ້ງວ່າ ຮ່າງກົດໝາຍສະບັບນີ້ ຈະໄດ້ຮັບການຮັບຮອງເອົາໃນສະພາສູງ ຫຼືບໍ.

ຕາມຮ່າງກົດໝາຍສະບັບດັ່ງກ່າວແລ້ວ, ອາເມລິກາ ຈະຢຸດຕິຊົ່ວຄາວການຂາຍ ແລະ ສົ່ງອອກອຸປະກອນປ້ອງກັນຕົວຈຳນວນໜຶ່ງໃຫ້ແກ່ ອາຣັບບີ ຊະອຸດິ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດຫຼາຍມາດຕະການລົງໂທດສຳລັບ 76 ສ່ວນບຸກຄົນຂອງ ອາຣັບບີ ຊະອຸດິ.