ປະຊາຊົນ ອາບການິດສະຖານ ຮັບເຄື່ອງຊ່ວຍເຫຼືອຈາກອົງການອາຫານ ສປຊ (ພາບ: AFP/TTXVN)

ມະຕິໂດຍ ອາເມລິກາ ສະເໜີແມ່ນແນໃສ່ໜູນຊ່ວຍພື້ນຖານເສດຖະກິດ ອັບການິດສະຖານ ທີ່ກຳລັງຕົກເຂົ້າຄວາມສ່ຽງຖືກລົ້ມລະລາຍ, ໃນຂະນະທີ່ຫຼີກລ້ຽງການໂອນເງິນໂດຍກົງ ໃຫ້ແກ່ ກຳລັງ ຕາລີບານ ທີ່ພວມກຳອຳນາດຢູ່ປະເທດນີ້. ເນື້ອໃນມະຕິຊີ້ແຈ້ງການອະນຸຍາດໃຫ້ເບີກຈ່າຍບ້ວງເງິນໜູນຊ່ວຍ, ບັນດາຊັບສິນດ້ານການເງິນ ຫຼື ແຫຼ່ງກຳລັງເສດຖະກິດຕ່າງໆ; ສະໜອງສິນຄ້າ ແລະ ການບໍລິການ ຊະນິດຕ່າງໆທີ່ຈຳເປັນເພື່ອໜູນຊ່ວຍໂດຍກົງ ຫຼື ຮັບປະກັນການເຄື່ອນໄຫວດັ່ງກ່າວໄດ້ປະຕິບັດຕາມກຳນົດເວລາ. ມະຕິກໍ່ຊີ້ແຈ້ງວ່າບັນດາການເຄື່ອນໄຫວນີ້ ແມ່ນເພື່ອຮັບໃຊ້ຄວາມຕ້ອງການທີ່ຈຳເປັນຂອງຊາວ ອັບການິດສະຖານ ແລະ ບໍ່ໄດ້ລະເມີດບັນດາມາດຕະການລົງໂທດທີ່ແນໃສ່ອົງການທີ່ກ່ຽວຂ້ອງຂອງກຳລັງຕາລີບານ.