ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ຊີຣີ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງບົດບາດຂອງວິທີການແກ້ໄຂທາງການເມືອງຢ່າງຮອບດ້ານ ເພື່ອແນໃສ່ນຳຊີວິດການເປັນຢູ່ຂອງປະຊາຊົນຊີຣີ ກັບຄືນສູ່ສະພາບທີ່ເປັນປົກກະຕິມາ. ທ່ານ ຖືວ່າ ເລື່ອງສ້າງຄວາມໄວ້ເນື້ອເຊື່ອໃຈ, ຍູ້ແຮງບັນດາຄວາມມານະພະຍາຍາມທາງການທູດ ແລະ ຮັກສາສະພາບການໃຫ້ສະຖຽນລະພາບ ແມ່ນສວມບົດບາດສຳຄັນພິເສດ ເພື່ອໜູນຊ່ວຍວິວັດການການເມືອງນີ້.
ສ່ວນບັນຫາມະນຸດສະທຳ, ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງຕ້ອງເພີ່ມທະວີ ການຮ່ວມມືໃນການຂົນສົ່ງສິນຄ້າໜູນຊ່ວຍມະນຸດສະທຳໄປທົ່ວຊີຣີ, ຊຸກຍູ້ການໜູນຊ່ວຍມະນຸດສະທຳສາກົນ, ໃນນັ້ນ ຈຸດສຸມແມ່ນການສະໜອງວັກຊິນກັນໂຄວິດ - 19 ໃນໄລຍະປັດຈຸບັນ.
ແລະກໍ່ໃນວັນດຽວກັນ, ຄະນະຜູ້ຕາງໜ້າຫວຽດນາມປະຈຳສປຊພ້ອມກັບຄະນະຜູ້ຕາງໜ້ານີເຊ, ໂກຕາ ຣີກາ, ແບກຊິກ, ສະວິດ, ໂຄງການສິ່ງແວດລ້ອມຂອງສປຊ (UNEP) ແລະອົງການ PAX ຈັດຕັ້ງການປຶກສາຫາລືທາງອອນລາຍກ່ຽວກັບຫົວຂໍ້ “ປົກປັກຮັກສາສິ່ງແວດລ້ອມໃນການປະທະ ແມ່ນປົກປ້ອງສາມັນຊົນ”.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສປຊໄດ້ເນັ້ນໜັກວ່າການປົກປັກຮັກສາສິ່ງແວດລ້ອມແມ່ນຄວາມຮັບຜິດຊອບຂອງປະຊາຄົມສາກົນ, ແລະຖືວ່າໃນການປະທະດ້ວຍອາວຸດ, ສະພາບແວດລ້ອມກາຍເປັນຜູ້ປະສົບເຄາະຮ້າຍ, ຖືກທຳລາຍ, ບຸກໂຈມຕີ, ມົນລະຜິດ, ຜົນກະທົບຢ່າງຫຍໍ້ທໍ້ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ກໍ່ຜົນຮ້າຍມະນຸດສະທຳຕໍ່ສະຂຸພາບປະຊາຄົມ, ຜົນຮ້າຍຢ້ອນຫຼັງຈາກການປະທະກັນ.

