ສະພາບການເສດຖະກິດ ຫວຽດນາມ ໃນ 7 ເດືອນຜ່ານມາໄດ້ຮັບຮູ້ຫຼາຍສັນຍານທີ່ຕັ້ງໜ້າຈາກການຜະລິດອຸດສາຫະກຳ, ສົ່ງອອກນຳເຂົ້າ, ບໍລິໂພກ ແລະ ດຶງດູດການລົງທຶນ. ໃນ 7 ເດືອນຕົ້ນປີ 2026, ການເຄື່ອນໄຫວສົ່ງອອກນຳເຂົ້າສືບຕໍ່ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດ. ຍອດວົງເງິນການສົ່ງອອກນຳເຂົ້າຄາດວ່າບັນລຸ 659 ຕື້ USD, ເພີ່ມຂຶ້ນ 28% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ໝາກຜົນນີ້ສະແດງໃຫ້ເຫັນການເຄື່ອນໄຫວ, ການຄ້າ ແລະ ການເຊື່ອມຕໍ່ກັບຕະຫຼາດສາກົນສືບຕໍ່ໄດ້ຮັກສາໃນສະພາບການເສດຖະກິດໂລກຍັງມີການຜັນແປຫຼາຍຢ່າງ. ໃນຂອບເຂດທົ່ວປະເທດ, ໄລ່ລວມ GDP ຂອງ 6 ເດືອນຕົ້ນປີແມ່ນເພີ່ມຂຶ້ນ 8,18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ໃນ 6 ເດືອນຕົ້ນປີ, ຄາດວ່າມີວິສາຫະກິດ 169.800 ແຫ່ງເຂົ້າຕະຫຼາດ, ເພີ່ມຂຶ້ນ 11,2% ໄລຍະດຽວກັນຂອງປີກາຍ. ບັນດາໝາກຜົນນີ້ສະແດງໃຫ້ວ່າ 3 ເສົາຄ້ຳຕົ້ນຕໍຂອງພື້ນຖານເສດຖະກິດລວມມີ: ການລົງທຶນ, ການຜະລິດ - ການສົ່ງອອກ ແລະ ການບໍລິໂພກສືບຕໍ່ຮັກສາບົດບາດພື້ນຖານ.
